ຂ.ນະຄອນພະນົມ ເຝົ້າຣະວັງນໍ້າຖ້ວມ
2012.08.13

ຍານາງ ຈູຣິຣັດ ເທບອາດ ຫົວຫນ້າ ສຳນັກງານ ປ້ອງກັນ ແລະ ບັນເທົາ ສາທາຣະນະພັຍ ທີ່ແຂວງ ນະຄອນພະນົມ ກ່າວວ່າ ທາງແຂວງ ໄດ້ຕິດຕາມ ຣະດັບນ້ຳຂອງ ທີ່ສູງຂື້ນ ເລື້ອຍໆ ຫລັງຈາກ ມີຝົນຕົກຫນັກ ໃນພື້ນທີ່ ຝັ່ງລາວ ແລະ ຝັ່ງໄທ ມາໄດ້ ຫລາຍວັນແລ້ວ ຈື່ງຮຽກຮ້ອງ ໃຫ້ໜ່ວຍ ທະຫານບົກ ແລະ ທະຫານເຮືອ ປະຈຳທ້ອງຖີ່ນ ໃຫ້ຕຣຽມພ້ອມ ໃຫ້ການ ຊ່ອຍເຫລືອ ປະຊາຊົນ ໃນຂນະທີ່ນ້ຳ ໃນແມ່ນ້ຳຂອງ ໄຫລຈາກພາກເໜືອ ຢູ່ໃນຣະດັບ ແທກໄດ້ ປະມານ 10 ແມັດ 50 ຊັງຕີແມັດ ເຫລືອພຽງ 2 ແມັດ ເທົ່ານັ້ນ ທີ່ຈະລົ້ນຝັ່ງ ເຂົ້າຖ້ວມ ບ້ານເຮືອນ ໄຮ່ນາຂອງ ປະຊາຊົນ.
ນາງວ່າ ພື້ນທີ່ຕ່ຳ ທີ່ຈະສ່ຽງພັຍ ຫລາຍທີ່ສຸດ ກໍມີ ເມືອງສີສົງຄາມ ທ່າອຸເທນ ບ້ານແພງ ນາທົ່ມ ນາຫວ້າ ແລະ ອີກຫລາຍຫົວເມືອງ ຕາມລຳ ແມ່ນ້ຳຂອງ ຊື່ງປັດຈຸບັນ ເຈົ້າແຂວງໆ ນະຄອນພະນົມ ທ່ານ ອະນຸກຸນ ຕັງຄະນາ ນຸກຸນໄຊ ກໍໄດ້ເອີ້ນ ປະຊຸມດ່ວນ ທຸກຫນ່ວຍງານ ແລະ ຮັບສັ່ງໃຫ້ ເຈົ້າເມືອງໆຕ່າງໆ ຊ່ອຍກັນ ປ້ອງກັນນ້ຳຖ້ວມ ປະສານງານ ກັບກຳລັງ ທະຫານບົກ ທະຫານເຮືອ ປະຈຳທ້ອງຖີ່ນ ຈັດກຳລັງ ຮັກສາຄວາມສງົບ ຕາມລຳແມ່ນ້ຳຂອງ ແລະ ຄອຍໃຫ້ການ ຊ່ອຍເຫລືອ ຊາວບ້ານ ຜູ້ທີ່ຈະໄດ້ຮັບ ຜົລກະທົບ ຈາກພັຍນ້ຳຖ້ວມ.
ຣະດັບນ້ຳ ໃນແມ່ນ້ຳຂອງ ເພີ້ມຂື້ນ ຢ່າງວ່ອງໄວ ໃນວັນທີ 10 ແທກ ໄດ້ປະມານ 9 ແມັດ ແລະຫລ້າສຸດ 10 ແມັດ 50 ຊັງຕີແມັດ ແຄມຕະຝັ່ງ ສູງປະມານ 12 ແມັດ ເທົ່ານັ້ນ.