ພະມ້າດໍາເນີນຄະດີ ຄາຕກັມລູກເຮືອຈີນ
2012.08.23
ນາຍ ຈາຍ ຫນໍ່ຄຳ ຫົວຫນ້າກຸ່ມ ອັນຕະພານ ຄ້າຢາເສພຕິດ ລາຍໃຫຍ່ ໃນຂົງເຂດເຊື່ອວ່າ ມີການພົວພັນ ກັບ ກຸ່ມປຸ້ນສະດົມ ແລະສັງຫານ ລູກເຮືອຂອງຈີນ ໃນວັນທີ 5 ເດືອນ ຕຸລາ 2011 ທີ່ຖືກຈັບ ໃນລາວ ໃນວັນທີ 25 ເມສາ 2012 ແລະຖືກສົ່ງໂຕ ໄປໃຫ້ຈີນ ເພື່ອສືບສວນ ໃນວັນທີ 10 ເດືອນ ພຶສພາ.
ເຈົ້າຫນ້າທີ່ຕຳຣວດ ພະມ້າ ເວົ້າວ່າ ທາງການພະມ້າ ໃຫ້ຄວາມສຳຄັນ ໃນເຫດການ ຂອງວັນທີ 5 ຕຸລາ ຢ່າງຍິ່ງ ແລະ ຈະເພີ້ມຄວາມ ຮ່ວມມື ກັບ ປະເທດ ທີ່ກ່ຽວຂ້ອງ ໃນການ ປາບປາມ ກຸ່ມອາສຍາກອນ ຂ້າມຊາດ ເພື່ອຮັກສາ ສະເຖັຽຣະພາບ ຕາມ ລຳແມ່ນ້ຳຂອງ.
ທາງການຈີນ ຖແລງວ່າ ການຮ່ວມສືບສວນ ຣະຫວ່າງ ເຈົ້າຫນ້າທີ່ ຕຳຣວດ ຈາກຈີນ ສປປລາວ ພະມ້າ ແລະໄທ ຈະສາມາດ ເປີດເຜີຍ ຫລັກຖານ ທີ່ຈະບົ່ງບອກ ໄດ້ວ່າ ນາຍ ຈາຍ ຫນໍ່ຄຳ ກັບຫົວຫນ້າ ກຸ່ມອັນຕະພານ ແລະ ຫນ່ວຍທະຫານໄທ ໄດ້ຮ່ວມວາງແຜນ ໃນການ ຄາຕກັມ ລູກເຮືອຂອງຈີນ ຢ່າງແທ້ຈິງ. ກຸ່ມຂອງນາຍຈາຍ ຫນໍ່ຄຳ ຍັງຖືກສົງສັຍ ວ່າຢູ່ເບື້ອງຫລັງ ການປູ້ນຈີ້ ເຮືອສີນຄ້າຈີນ ເຖີງ 28 ເທື່ອ ໃນປີ 2008 ນຳອີກ.