ຜົນດີຈາກຂົວ ລາວ-ໄທ ແຫ່ງທີ 3

ຜົລປະໂຫຍດ ທີ່ໄດ້ຮັບ ຈາກການ ສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ມີໜ້ອຍ ສຳລັບ ປະຊາຊົນ ທົ່ວໄປ.
ສິດນີ
2012.11.16
F-third-bridge-thakhek ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງ ເມືອງທ່າແຂກ ແຂວງຄໍາມ່ວນ ເມືອງແລະແຂວງ ນະຄອນພະນົມ
RFA

ການລົງທຶນ ໃນ ບໍຣິເວນ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງແຂວງ ຄຳມ່ວນ ກັບແຂວງ ນະຄອນພະນົມ ຂອງໄທ ເພີ້ມຂື້ນ ຢ່າງຫລວງຫລາຍ ໃນຣະຍະ 1 ປີຜ່ານມາ ເສຖກິດ ທ້ອງຖີ່ນ ທີ່ແຂວງ ນະຄອນພະນົມ ມີການເຕີບໂຕ ແຕ່ຍັງເປັນຫ່ວງ ຍ້ອນວ່າ ຍັງບໍ່ໄດ້ໃຫ້ ຜົລປະໂຫຍດ ປະຊາຊົນ ເທົ່າທີ່ ຄວນປານໃດ.

ທ່ານ ອານະກຸນ ຕັງກະນາ ກຸນໄຊ ເຈົ້າແຂວງ ນະຄອນພະນົມ ກ່່າວວ່າ ການສ້າງ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ໃນມູນຄ່າ ປະມານ 2 ຕື້ບາດ ເຮັດໃຫ້ ຣາຍຮັບ ຂອງແຂວງ ເພີ້ມຂື້ນ ແຕ່ລາຍຮັບ ສ່ວນໃຫຍ່ ຈະເປັນຂອງ ກຸ່ມການຄ້າ ຕາມຊາຍແດນ ບໍ່ແມ່ນ ຂອງ ປະຊາຊົນ ໂດຍທົ່ວໄປ.

ຊາວນາ ຜູ້ທຸກຈົນ ແລະ ຂແນງການ ອື່ນໆຕ້ອງ ປະເຊີນກັບ ຜົລກະທົບ ທາງລົບ ຍ້ອນ ຄ່າຄອງຊີພ ແພງ ແລະ ຣາຄາ ດິນສູງຂື້ນ. ການສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງ ແຂວງ ນະຄອນພະນົມ ຂອງໄທ ກັບແຂວງ ຄຳມ່ວນ ຂອງລາວ ເປັນພາກສ່ວນ ຂອງແຜນການ ພັທນາ ແຣວ ເສຖກິດ ຕາເວັນອອກ  ຕາເວັນຕົກ ຂອງ ທະນາຄານ ພັທນາ ເອເຊັຽ.

ໃນຈຸດປະສົງ ເພື່ອ ຍົກຣະດັບ ຍອດຜົລຜລິດຮວມ ໃນແຂວງ ທີ່ທຸກຍາກ ໃນຂົງເຂດ ທີ່ຄາດວ່າ ຈະຂື້ນເຖີງ 35 ພັນ ລ້ານບາດ ໃນປີນີ້ ເພີ້ມຂື້ນ 7.6% ຈາກ 32 ພັນລ້ານ 5 ແສນໂດລາ ຂອງ ປີທີ່ຜ່ານມາ.

ມີນັກທ່ອງທ່ຽວ ຂ້າມໄປມາ ເພີ້ມຂື້ນ 50% ຈາກ ປີທີ່ຜ່ານມາ ໃນອັດຕຣາ ສເຣັ່ຽ ແຕ່ລະມື້ ປະມານ 1,280 ຄົນ ແຕ່ລາຍໄດ້ ສ່ວນໃຫຍ່ ຈະເປັນຂອງ ນັກລົງທຶນ ຕາມຊາຍແດນ ບໍ່ແມ່ນ ຂອງ ປະຊາຊົນ ໂດຍທົ່ວໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.