ຍີ່ປຸ່ນເພີ່ມຮ່ວມມື ເສຖກິຈແມ່ນໍ້າຂອງ

ຣັຖມົນຕຣີ ກະຊວງ ເສຖກິຈ ແມ່ນໍ້າຂອງ ຍີ່ປຸ່ນ ຕົກລົງ ຂຍາຍການ ຮ່ວມມື.
ໂພໄຊສວັດ
2012.08.31

ຣັຖມົນຕຣີ ກະຊວງເສຖກິຈ ແມ່ນໍ້າຂອງ ແລະ ຍີ່ປຸ່ນ ໄດ້ຕົກລົງກັນ ໃນວັນທີ 30 ສິງຫາ 2012 ນີ້ ທີ່ຈະເພີ້ມຂຍາຍ ໂຄງການພັທນາ ໃນການຮ່ວມມື ລິເລີ້ມແຜນ ປະຕິບັດງານ ແມ່ນໍ້າຂອງ-ຍີ່ປຸ່ນ ດ້ານເສຖກິດ ແລະ ອຸດສາຫະກັມ ຫລື MJ-CI. ອີງຕາມ ຖແລງການຮ່ວມ ຈາກກອງປະຊຸມ ຄັ້ງທີ 4 ຂອງຣັຖມົນຕຣີ ກະຊວງເສຖກິຈ ແມ່ນໍ້າຂອງ ແລະ ຍີ່ປຸ່ນ.

ກອງປະຊຸມ ປະກອບດ້ວຍ ປະທານຮ່ວມ ສອງທ່ານ ຣັຖມົນຕຣີ ແຜນການ ແລະ ພັທນາເສຖກິຈ ພະມ່າ ທ່ານ ທິນແນງເຕັງ ແລະ ຣັຖມົນຕຣີ ເສຖກິຈ ການຄ້າ ແລະ ອຸດສາຫະກັມ ຍີ່ປຸ່ນ ທ່ານ ຢູກີໂອ໋ ອີດາໂນ໋ະ ນອກຈາກນັ້ນ ກໍມີຣັຖມົນຕຣີ ເສຖກິຈ ຈາກລາວ ກໍາພູຊາ ໄທ ແລະວຽດນາມ ເຂົ້າຮ່ວມ ພ້ອມທັງ ເລຂາທິການ ອາຊ໊ຽນ ດຣ. ສຸຣິນ ພິດສຸວັນ.

ຄນະຣັຖມົນຕຣີ ທີ່ຮ່ວມປະຊຸມ ໄດ້ເຫັນດີ ທີ່ຈະເພີ້ມຫລາຍ ໂຄງການ ເຂົ້າຮ່ວມ ໃນແຜນ ປະຕິບັດງານ MJ-CI ເຊັ່ນການ ຈັດຕັ້ງກອງປະຊຸມ ແລະ workshop ເພື່ອ ສຶກສາ 1/-ກ່ຽວກັບ ສັນຍາການຄ້າ ເສຣີ 2/-ເພື່ອສົ່ງເສີມ ການຕິດຕໍ່ເຊື່ອມ ກະແສໄຟຟ້າ ໃນເຂດພາກລຸ່ມ ແມ່ນໍ້າຂອງ ແລະ ການກໍ່ສ້າງ ໂຮງງານ ພະລັງໄຟຟ້າ ໃນລາວ ກໍາພູຊາ ແລະ ພະມ່າ ແລະ 3/-ເພື່ອພັທນາ ເຂດເສຖກິດ ພິເສຖ ແລະ ຈັດຕັ້ງ ພັທນາຍຸທສາດ ພາກອຸດສາຫະກັມ ໃນປະເທດລຸ່ມ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.