ຂ.ຫຼວງນໍ້າທາບໍ່ປູກ ຢາງພາລາເພີ່ມອີກ

ທາງການ ແຂວງ ຫລວງນໍ້າທາ ສັ່ງຫ້າມ ບໍ່ໃຫ້ຂຍາຍ ເນື້ອທີ່ ປູກຢາງພາລາ ເພີ່ມອີກ ເພ່ືອຮັກສາ ພື້ນທີ່ ປ່າໄມ້.
ຈໍາປາທອງ
2012.06.15
F-rubber-tree ສວນປູກ ຕົ້ນຢາງພາລາ ທີ່ແຂວງ ຫຼວງນໍ້າທາ
travel-pod

ເນື່ອງຈາກວ່າ ທີ່ຜ່ານມາ ບໍຣິສັດຈີນ ຫລາຍ ບໍຣິສັດ ໄດ້ມາ ສໍາປະທານ ປູກ ຢາງພາລາ ຢ່າງ ຫຼວງຫລາຍແລ້ວ ແລະ ໄດ້ພາກັນ ຕັດໄມ້ຖາງປ່າ ເປັນການໃຫຍ່. ດັ່ງເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ເວົ້າວ່າ:

"ດຽວນີ້ຫັ້ນ ເຂົາບໍ່ໃຫ້ ປູກແລ້ວເດ ເຈົ້າແຂວງ ຫັ້ນງົດບໍ່ໃຫ້ ປູກແລ້ວ ມີແຕ່ເຮັດ ໂຕເກົ່າ ຍ້ອນວ່າ ປ່າໄມ້ເຂດນີ້ ເຂດຫລວງນໍ້າທາ ນີ້ບໍ່ມີແລ້ວນະ ຖາງເປັນປ່າ ຢາງພາລາ ໝົດແລ້ວ".

ທ່ານເວົ້າວ່າ ເນື້ອທີ່ ປູກຢາງພາລາໃນແຂວງນີ້ ປັດຈຸບັນມີ 31 ພັນ ກວ່າເຮັກຕາ ຊຶ່ງຖືວ່າ ຫລາຍພໍສົມຄວນ ສ່ວນໃຫຍ່ປູກ ຢູ່ເມືອງສິງ ແລະ ເມືອງລອງ ທີ່ມີຊາຍແດນ ຕິດກັບ ຈີນແລະພະມ້າ ເຮັດໃຫ້ປ່າໄມ້ ໃນເຂດນີ້ ຍັງເຫລືອ ບໍ່ຫລາຍ ພໍເທົ່າໃດ ແລະວ່າ ຫາກປ່ອຍໃຫ້ ບໍຣິສັດຈີນ ມາສໍາປະທານ ຕໍ່ໄປ ປ່າໄມ້ ທັມມະຊາດ ໃນແຖບນັ້ນ ກໍຈະໝົດໄປ.

ໃນຂນະດຽວກັນ ທາງຂແນງ ປ່າໄມ້ ແຂວງ ກໍໄດ້ຣາຍງານ ຄັ້ງຫລ້າສຸດວ່າ ຈາກການສໍາຣວດ ພື້ນທີ່ປ່າໄມ້ ເມື່ອຕົ້ນ ປີ 2012 ນີ້ ພົບວ່າ ປັດຈຸບັນ ປ່າໄມ້ ໃນແຂວງ ຫຼວງນໍ້າທາ ຍັງເຫລືອຢູ່ພຽງ ປະມານ 41 ເຮັກຕາ. ດັ່ງນັ້ນ ຈຶ່ງຈໍາເປັນ ຕ້ອງໄດ້ ຮັກສາ ເອົາໄວ້.

ການທີ່ປ່າໄມ້ ຍັງເຫລືອພຽງ ເທົ່ານັ້ນ ກໍບໍ່ແມ່ນແຕ່ ຖືກຕັດ ຖືກຖາງ ປູກຢາງພາລາ ເທົ່ານັ້ນ ແຕ່ຫາກຍັງ ເປັນຍ້ອນ ໂຄງການ ຂອງຣັຖບານ ເປັນຕົ້ນ ໂຄງການ ເຂດເສຖກິດ ພິເສດ ບໍ່ເຕັນ ກໍມີການ ຕັດໄມ້ ທໍາລາຽປ່າ ເປັນຈໍານວນ ຫຼວງຫຼາຽ ຄືກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.