ເຂດອຸດສາຫະກັມ ມ.ໂພນໂຮງ
2012.10.01
ເຈົ້າຫນ້າທີ່ ແຂວງວຽງຈັນ ກ່າວວ່າ ຫລັງຈາກທີ່ ທາງແຂວງ ໄດ້ຕຣຽມແຜນ ສ້າງເຂດ ອຸດສາຫະກັມ ຫວ້ຍເດື່ອ ຫນອງຄອນ ທີ່ ເມືອງໂພນໂຮງ ໃຫ້ເປັນເຂດ ອຸດສາຫະກັມ ຂນາດໃຫຍ່ ໃນແຂວງວຽງຈັນ ທີ່ຈະຕ້ອງໃຊ້ ພື້ນທີ່ ຫລາຍຮ້ອຍເຮັກຕາ ແລະ ໂຄງການ ດັ່ງກ່າວ ຈະກວມເອົາດິນ ຊາວບ້ານ ບາງສ່ວນ. ດັ່ງທ່ານກ່າວວ່າ:
"ກຳລັງສຳຣວດ ທີ່ດີນ ແລ້ວຈະຈັດເປັນ ເຂດ ອຸດສາຫະກັມ ແລ້ວເຮັດເປັນ ສເນີໂຄງການ ມີດິນຊາວບ້ານຢູ່ ສະເພາະດິນຣັຖ ຄຸ້ມຄ້ອງ ມີິປະມານ 200-300 ກວ່າເຮັກຕາ ນີ້ແຫລະ ດິນຊາວບ້ານ ກະຂະເຈົ້າຍັງ ທຳການຜລິດຕໍ່ ດິນທີ່ຈັດສັນ ເປັນເຂດ ໂຮງງານ ແມ່ນຣັຖຄຸ້ມຄອງ".
ທ່ານກ່າວ ຕໍ່ໄປວ່າ ເຖີງແມ່ນວ່າ ໂຄງການຈະກວມ ເອົາດິນ ປະຊາຊົນ ແຕ່ຈະບໍ່ມີ ຜູ້ໃດຖືກ ໂຍກຍ້າຍ ເພາະຈະກວມເອົາ ແຕ່ພື້ນທີ່ ປູກຝັງ ບາງສ່ວນເທົ່ານັ້ນ ບໍ່ແມ່ນບ້ານ ເຮືອນ ຂອງ ປະຊາຊົນ ທາງການ ກໍຈະໃຫ້ ຄ່າຊົດເຊີຍ ແກ່ປະຊາຊົນ ຢ່າງເຕັມ ອັດຕຣາ ແລະ ເປັນທັມ.
ທ່ານວ່າ ໂຄງການດັ່ງກ່າວ ຈະໃຊ້ເນື້ອທີ່ ປະມານ 1-2 ພັນ ເຮັກຕາ ແຕ່ຍັງບໍ່ມີ ໂຕເລກ ທີ່ແນ່ນອນ ເທື່ອວ່າຈະກວມ ເອົາດີນຊາວບ້ານ ຈັກເຮັກຕາ ຍັງລໍຖ້າ ການສຳຣວດ ໃຫ້ແລ້ວ ເສັຽກ່ອນ.
ເຂດອຸດສາຫະກັມ ຫ້ວຍເດື່ອ ຫນອງຄອນ ເປັນນື່ງ ໃນຈຳນວນ 3 ເຂດເສຖກິດ ທີ່ ແຂວງ ວຽງຈັນ ອີກສອງເຂດ ທີ່ເຫລືອ ແມ່ນເຂດ ວັງວຽງ ທີ່ຈະພັທນາ ໃຫ້ເປັນເຂດ ທ່ອງທ່ຽວ ບໍຣິການ ແລະ ອີກເຂດນື່ງ ຄືເຂດວັງຫມີ່ນ ທີ່ຈະພັທນາ ໃຫ້ເປັນເຂດ ການຄ້າ ແລະ ການ ບໍຣິການ ໃນອະນາຄົດ.
ປັດຈຸບັນ 3 ເຂດ ດ່ັງກ່າວ ຍັງບໍ່ໄດ້ຖືກ ອະນຸມັດ ຢ່າງເປັນ ທາງການ ຈາກ ຣັຖບານ.