ຄຸນນະພາບນໍ້າ ໃນແຂວງວຽງຈັນ

ແຂງວຽງຈັນ ຍັງບໍ່ສາມາດ ຄວບຄຸມ ແລະ ກວດກາ ຄຸນນະພາບ ນໍ້າໄດ້ ຢ່າງມີ ປະສິທທິພາບ.
ໄມຊູລີ
2012.10.02

ສາລໄຊໄນທ໌ ຈາກເໝືອງ ພູຄໍາ ທີ່ຢູ່ຣະຫວ່າງ ບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ ເມືອງໄຊສົມບູນ ແຂວງວຽງຈັນ ໄດ້ຮົ່ວໄຫລຈາກ ອ່າງບໍາບັດ ນໍ້າເສັຍ  ເນື່ອງຈາກ ທາງ ບໍຣິສັດ ທີ່ຮັບຜິດຊອບ ບໍ່ໄດ້ດູແລ ເຣື້ອງຄວາມຮຽບຮ້ອຍ ໃນດ້ານ ສີ່ງແວດລ້ອມ ຈົນເກິດບັນຫາ ເຣື່ອງ ຄຸນນະພາບ ຂອງນໍ້າ ຊື່ງປັຈຈຸບັນ ທາງແຂວງ ວຽງຈັນ ຍັງບໍ່ທັນ ແກ້ໃຂບັນຫາ ນີ້ໄດ້ເທື່ອ ເນື່ອງຈາກວ່າ ຍັງບໍ່ສາມາດ ຄວບຄຸມ ແລະກວດກາ ນໍ້າໄດ້ຢ່າງ ມີປະສິດທິພາບ. ເຈົ້າໜ້າທີ່ ແຂວງວຽງຈັນ ເວົ້າວ່າ:

“ດຽວນີ້ຍັງ ບໍ່ທັນມີ ການຄວບຄຸມ ຜົລວິຈັຍຍັງບໍ່ໄດ້ ອອກມາ ກຽ່ວກັບ ຄຸນນະພາບນໍ້າ ດຽວນີ້ເພີ່ນກໍາລັງ ເອົາໄປວິຈັຍ ຢູ່ໄທຍ໌ ກຽ່ວກັບ ຄຸນນະພາບນໍ້າ ຍັງບໍ່ທັນອອກ ມາເທື່ອ ຄິດວ່າປະມານ ອາທິດໜ້າ ຊິອອກມາ”.

ເຈົ້າໜ້າທີ່ລາວ ເວົ້າຕໍ່ໄປວ່າ ຍ້ອນຜົລກວດກາ ຄຸນນະພາບນໍ້າ ຍັງບໍ່ທັນ ອອກມາເທື່ອ ຈີ່ງບໍ່ສາມາດ ຮູ້ໄດ້ວ່ານໍ້າ ໃນແມ່ນໍ້າງື່ມ ທີ່ອາດມີ ສາລໄຊໄນທ໌ ປົນເປື້ອນ ຢູ່ນັ້ນ ຢູ່ໃນຣະດັບ ອັນຕະຣາຍ ຕໍ່ສີ່ງມີຊິວິດ ຂນາດໃດ ໃນເວລານີ້ ສີ່ງທີ່ເຮັດໄດ້ ກໍຄືເຕືອນໃຫ້ ປະຊາຊົນ ຣະມັດຣະວັງ ໃນເຣື້ອງການ ນໍາໃຊ້ນໍ້າ ຈາກ ແມ່ນໍ້າງື່ມ ໂດຍສະເພາະ ໃນຊ່ວງນີ້ ແມ່ນຣະດູຝົນ ສາລດັ່ງກ່າວ ອາດຈະຮົ່ວໄຫລ ລົ້ນອອກມາໄດ້.

ຕໍ່ບັນຫາ ດັ່ງກ່າວ  ນັກວິຊາການລາວ ໃຫ້ຄວາມເຫັນວ່າ ການຂຸດແຮ່ທາດ ໃດໆກໍດີ ມັນເປັນການເປິດ ທາງໃຫ້ ກໍາມະຖັນ ຂອງທາດໂລຫະ ຢູ່ໃນດິນ ສໍາພັດ ກັບອາກາດ Oxygen ແລ້ວປ່ຽນເປັນກົດ ກໍາມະຖັນ ແລະ ໂລຫະໜັກ ຊື່ງໄຫລສູ່ແມ່ນໍ້າ ເຮັດໃຫ້ແມ່ນໍ້າ ເປິເປື້ອນ ດ້ວຍສາລໂລຫະ ຕ່າງໆ ຊື່ງຈະເປັນ ອັນຕຣາຍຕໍ່ ສຸຂພາບ ຂອງຄົນ ແລະສັຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.