ຊາວສວນຕາມແຄມຂອງ ຍັງໃຊ້ສານເຄມີ
2012.09.06

ໂດຍສະເພາະ ພື້ນທີ່ ກະສິກັມ ຂນາດໃຫຍ່ ເນື່ອງຈາກວ່າ ຜູ້ຜລິຕ ບໍ່ສາມາດ ຄວບຄຸມ ແມງໄມ້ ທີ່ທໍາລາຍພືດຜັກໄດ້ໝົດ ຫລື ບາງຄັ້ງ ກໍເພື່ອຄວບຄຸມ ການຜລິຕ ໃຫ້ໄດ້ ຕາມທີ່ຕ້ອງການ. ເຈົ້າໜ້າທີ່ ຂແນງກະສິກັມ ນະຄອນຫລວງ ວຽງຈັນ ກ່າວວ່າ:
“ໃຊ້ກໍຢູ່ໃນເຂດ ທີ່ຜລິດໄດ້ຫລາຍ ໃນເຂຕແຄມຂອງ ທີ່ຕິດຊາຍແດນ ຂອງບ້ານເຮົາ ຖ້າຫາວ່າ ຜລິຕໃນຄົວເຮືອນ ທົ່ວໄປ ຈະບໍ່ຄ່ອຍໃຊ້ເລີຍ ເພາະວ່າ ເຮົາຈະນໍາເຂົ້າ ອາສັຍການນໍາເຂົ້າ ຈະເຮັດໃຫ້ ຣາຄາມັນສູງ.”
ທ່ານກ່າວຕື່ມວ່າ ຜັກທີ່ປູກຕາມຄົວເຮືອນ ຫລື ພໍ່ຄ້າແມ່ຄ້າ ຣາຍຍ່ອຍ ຈະບໍ່ຄ່ອຍນໍາໃຊ້ສານເຄມີ ປານໃດ ເນື່ອງຈາກວ່າ ຕ້ອງໄດ້ນໍາເຂົ້າ ແລະ ຣາຄາກໍແພງ, ຊຶ່ງກໍເປັນຜົລດີ ເພາະປະຊາຊົນ ກໍບໍ່ຕ້ອງ ບໍຣິໂພກ ພືດຜັກ ທີ່ມີສານເຄມີ ເຈືອປົນຫລາຍ ແລະ ເປັນປໂຍດຕໍ່ສຸຂພາບ.
ຕາມປົກຕິແລ້ວ, ການປູກພືດຜັກ ໃນລາວ ຈະມີການຫ້າມ ໃຊ້ສານເຄມີ ເນື່ອງຈາກວ່າ ທີ່ດິນປູກຝັງ ໃນລາວ ກໍມີຄວາມອຸດົມສົມບູນ ຢູ່ແລ້ວ ແລະ ບໍ່ຄ່ອຍມີບັນຫາຫຍັງຫຼາຍ ກ່ຽວກັບ ຜົລຜລິຕ ຫລື ສັຕຣູພືດ. ເຖິງຢ່າງໃດ ກໍຕາມ, ຍັງມີບັນຫາ ເຣື້ອງການຣະບາດ ຂອງແມງໄມ້ ຊຶ່ງບໍ່ສາມາດ ຊຶ່ງບໍ່ສາມາດ ຫ້າມຊາວສວນໄດ້, ດັ່ງເຈົ້າໜ້າທີ່ ຂແນງກະສິກັມ ຈໍາປາສັກ ເວົ້າວ່າ:
“ຖ້າວ່າ ມັນຣະບາດ ຮ້າຍແຮງ ກໍໄດ້ໃຊ້ ເກີດພະຍາດແມງໄມ້ ກໍຣະນີເຖິງທໍາລາຍ ເສຖກິດ ກໍຕ້ອງໄດ້ໃຊ້."
ການປູກພືດຜັກ ຕາມແຄມແມ່ນໍ້າຂອງ ຖ້າມີການໃຊ້ສານເຄມີ ຈໍານວນຫລາຍ ຈະເຮັດໃຫ້ ມີການເຈືອປົນ ລົງແມ່ນໍ້າໄດ້ ແລະ ຈະສົ່ງຜົລໃຫ້ປະຊາຊົນ ທີ່ໃຊ້ນໍ້າ ແລະ ສັດນໍ້າ ທີ່ອາສັຍ ຢູ່ໃນແມ່ນໍ້າຂອງ ຈະໄດ້ຮັບສານພິດ ຫລາຍທີ່ສຸດ ແລະ ສົ່ງຜົລກະທົບ ຕໍ່ຄຸນພາບ ຂອງແມ່ນໍ້າຂອງ ອີກດ້ວຍ.