ລາວຕ່າງປະເທດ ແລະການເປັນເຈົ້າຂອງ ທີ່ດິນໃນລາວ

ຄົນລາວ ໃນຕ່າງປະເທດ ອາຈສາມາດ ຂໍສັມປະທານ ທີ່ດິນ ເພື່ອປຸກເຮືອນ ໃນລາວໄດ້ ຢ່າງຖືກຕ້ອງ ຕາມກົດໝາຍ.
ມະນີຈັນ
2010.08.23

ກົດຟັງສຽງ

ກົດໝາຍມາຕຣາ ທີ່ສໍາຄັນ ຂໍ້ນຶ່ງ ໃນຮ່າງກົດໝາຍ ວ່າດ້ວຍສິດທິ ຂອງຄົນລາວ ທີ່ອາສັຍ ຢູ່ຕ່າງປະເທດ ຊຶ່ງຜູ້ຄົນ ໃຫ້ຄວາມສົນໃຈ ຢູ່ໃນ ເວລານີ້ ກໍຄືເລື້ອງ ກັມສິດທີ່ດິນ ເພື່ອການ ປຸກເຮືອນ ຊື້-ຂາຍ-ແລະເຊົ່າ ການເຮັດ ທຸຣະກິດ ການກະເສຕ ວ່າ ຈະອະນຸຍາດ ໃຫ້ຄົນລາວ ໃນຕ່າງປະເທດ ໄດ້ຮັບສິດທິ ແນວໃດ ຖ້າກັບມາໃຊ້ ຊີວິດ ຢູ່ໃນລາວ. ເຈົ້າໜ້າທີ່ ກົມພົວພັນ ຄົນລາວ ຢູ່ຕ່າງປະເທດ ກ່າວຕໍ່ນັກຂ່າວ ເມື່ອບໍ່ນານ ມານີ້ວ່າ:

"ຖ້າຢາກ ຄຸ້ມຄອງໄດ້ ກໍໝາຍວ່າ ຄົນນັ້ນ ຈະຕ້ອງໄດ້ຮັບ ອະນຸຍາດ ໃຫ້ມາຢູ່ລາວ ຢ່າງຖາວອນແລ້ວ ເວລານັ້ນ ເຂົາຈະ ພິຈາຣະນາໃຫ້ ແຕ່ວ່າກໍຕ້ອງ ບົນພື້ນຖານ ມີກໍານົດ ເຊັ່ນວ່າ 800 ຕາແມັຕ ຫລືວ່າປະມານ 1000 ຕາແມັຕ ເພື່ອປຸກທີ່ ຢູ່ອາສັຍ ເທົ່ານັ້ນ ສໍາລັບຈະທໍາ ການຜລິດ ຫລືທໍາຈຸດ ປະສົງອື່ນ ຖືວ່າ ຈະຕ້ອງ ປະຕິບັດ ຕາມກົດໝາຍ ອື່ນໄປ".

ທ່ານກ່າວ ຕໍ່ໄປວ່າ ຄົນລາວໃນ ຕ່າງປະເທດ ທີ່ຕ້ອງການ ມີສິດຊື້ທີ່ດິນ ຫລືໂຍກຍ້າຍ ຖີ່ນຖານ ມາຢູ່ໃນລາວ ຢ່າງຖາວອນ ຈະຕ້ອງໄດ້ຮັບ ການພິຈາຣະນາ ຈາກທາງການ ລາວ ເສັຽກ່ອນວ່າ ຈະໃຫ້ສິດທິ ໃນການອອກ ອະນຸຍາດ ເລື້ອງສິດທິ ຖືຄອງທີ່ດິນ ໄດ້ຊໍ່າໃດ. ຊຶ່ງຖ້າຄົນລາວ ໃນຕ່າງປະເທດ ຕ້ອງການສິດ ຊື້ດິນ ຈະຕ້ອງປ່ຽນ ສັນຊາດ ກັບມາເປັນ ສັນຊາດລາວ ແລະຖື ສັນຊາດລາວ ພຽງເທົ່ານັ້ນ ຈຶ່ງຈະມີສິດ ໃນການຊື້ດິນ. ຖ້າຫາກວ່າ ຄົນລາວ ໃນຕ່າງປະເທດ ທີ່ຖື ສັນຊາດອື່ນ ຕ້ອງການສິດທິ ທີ່ດິນໃນລາວ ຈະຕ້ອງໄດ້ຮັບ ການພິຈາຣະນາ ຢ່າງລະອຽດວ່າ ຈະໄດ້ ສັມປະທານ ເຊົ່າຫລືບໍ່.

ຣັຖບານລາວ ກໍາລັງ ພິຈາຣະນາ ຜ່ານຮ່າງກົດໝາຍ ວ່າດ້ວຍສິດທິ ຂອງຄົນລາວ ໃນຕ່າງປະເທດ ຊຶ່ງໃຈຄວາມ ສໍາຄັນ ກໍມີເລື້ອງ ການຖືຄອງທີ່ດິນ ໂອກາດ ການລົງທຶນ ການມີສິດ ເສຣີພາບ ໃນຖານະ ຄົນຕ່າງດ້າວ ພັກເຊົາໃນລາວ ເປັນຕົ້ນ. ກົດໝາຍ ສະບັບດັ່ງກ່າວ ຢູ່ໃນຂັ້ນຕອນ ສົ່ງຜ່ານ ຈາກກະຊວງ ການຕ່າງປະເທດ ໄປຍັງ ຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.