ກອງປະຊຸມສື່ມວລຊົນ ທີ່ກຸງປັກກິ່ງ

ທ່ານ Abubakar Jijiwa ຫົວໜ້າຝ່າຍ ບໍຣິຫາຣ ຫລື CEO ຂອງວິທຍຸ Voice of Nigeria ໄດ້ກ່າວທີ່ ກອງປະຊຸມ ບັນດາ ສື່ມວລຊົນ ຊຶ່ງຈັດຂຶ້ນ ຢູ່ກຸງປັກກິ່ງ ເປັນເວລາ 2 ມື້ ທີ່ສິ້ນສຸດລົງ ໃນມື້ວັນພຸທ ຜ່ານມານີ້ ວ່າ ບັນດາ ສື່ມວລຊົນ ບໍ່ວ່າຈະ ສັງກັດໃນ ພາຄສ່ວນ ວິທຍຸ ຫລືທາງ ໂທຣະທັສ ກໍຕາມ ຄວນຈະນຳເອົາ ຂໍ້ມູລຕ່າງໆ ທີ່ຈະເປັນ ປໂຍດແກ່ ແຮງງານພັດຖິ່ນ ອອກເຜີຽແພ່ ໃຫ້ຫລາຍເທົ່າທີ່ ຈະສາມາດ ເຮັດໄດ້ ເພື່ອເປັນກາຣ ຊ່ວຍແນະນໍາ ແລະໃຫ້ສິທທິ ໃນດ້ານຊອກຫາ ວຽກກາຣງານ ໃນປະເທສ ທີ່ເຂົາເຈົ້າ ອາສັຍຢູ່ ຊົ່ວຄາວນັ້ນ.
ຫວາດ ສີມູນ
2010.05.27

ກອງປະຊຸມ ປະຈຳປີຂອງ ບັນດາ ສື່ມວລຊົນ ທີ່ຈັດຂຶ້ນເປັນ ເທື່ອທຳອິດຢູ່ ປະເທສຈີນ ໃນວັນທີ່ 25-26 ພືສພາ ນີ້ນັ້ນ ມີຜູ້ເຂົ້າຮ່ວມກວ່າ 800 ຄົນ ຈາກພູມີພາຄ ເອເຊັຽ ປາຊີຟິກ ຢູໂຣປ ອັຟຣີກາ ຕາເວັນອອກກາງ ແລະທະວີບ ອະເມຣິກາເໜືອ ນຳດ້ວຍ ຊຶ່ງເປັນກາຣ ປະຊຸມເພື່ອຫາ ວິທີທາງໃຫ້ ຄວາມຊ່ວຍເຫລືອ ແຮງງານ ຈາກບັນດາປະເທສ ຕ່າງໆທີ່ແສວງຫາ ວຽກເຮັດງານທຳ ຢູ່ໃນປະເທສອື່ນ.

ທ່ານ Jijiwa ໄດ້ກ່າວເນັ້ນວ່າ ແຮງງານຕ່າງດ້າວ ທີ່ອາສັຍເຮັດ ວຽກງານ ຢູ່ປະເທສອື່ນ ສ່ວນຫລາຍກໍມັກ ຈະຖືກທາງ ສື່ມວລຊົນ ກ່າວຫາວ່າ ເປັນຜູ້ສ້າງບັນຫາ ໃຫ້ແກ່ປະເທສ ທ້ອງຖິ່ນ ດ້ວຍກາຣເຂົ້າໄປ ຍາດແຍ່ງ ວຽກກາຣງານ ແຕ່ໃນຂະນະ ດຽວກັນ ແຮງງານດັ່ງກ່າວ ກໍມີສ່ວນປະກອບ ເຂົ້າໃນກາຣສ້າງສາ ເພີ່ມທະວີກາຣ ພັທນາເສຖກິຈ ໃນແຕ່ລະປະເທສ ນັ້ນໆເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.