ສະພາການຄ້າ ສະຫະຣັຖ-ອາຊຽນ
2010.10.20
ກົດຟັງສຽງ
ສະພາທຸຣະກິດ ສະຫະຣັຖ-ອາຊຽນ ຮ່ວມມື ກັບບໍຣິສັດ ໂອຣັກໂກ ແລະ ຫ້ອງການຊ່ວຍເຫລືອ ລະຫ່ວາງປະເທດຂອງ ສະຫະຣັຖ ອະເມຣິກາ ຫລືວ່າ ຢູເສດ ເພື່ອສົ່ງເສີມ ການຄ້າກັບບັນດາ ປະເທດ ສະມາຊິກອາຊຽນ. ການລົງນາມ ເອກກະສານ ຄວາມເຂົ້າໃຈກັນ ລະບຸວ່າ ຄູ່ພາຄີດັ່ງກ່າວ ມີແຜນການສົ່ງເສີມ ການລວມໂຕທາງດ້ານ ເສຖກິດອາຊຽນ ຜ່ານການໃຊ້ ລະບົບເຄືອຂ່າຍ ອີເລັກໂທຣນິກ ສໍາລັບການແລກປ່ຽນ ຂໍ້ມູນການເຂົ້າອອກ ຂອງສິນຄ້າຜ່ານແດນ ທີ່ໃຊ້ລະບົບ ຊ໊ອບແວຣອາຊຽນ ປ່ອງຢ້ຽມດຽວ. ຫ້ອງການ ຢູເສດ ຂອງສະຫະຣັຖ ໄດ້ສນັບສນູນ ໂຄງການລິເລີ້ມ ອາຊຽນປ່ອງຢ້ຽມດຽວ ນັບແຕ່ປີ 2008 ເປັນຕົ້ນມາ ແລະ ກໍາລັງດໍາເນີນວຽກ ຮ່ວມກັນ ກັບເລຂາທິການ ອາຊຽນ ແລະຄນະກັມມະການ ນໍາພາລະບົບ ປ່ອງຢ້ຽມດຽວ ອາຊຽນ ເພື່ອໃຫ້ພາກສ່ວນ ເອກກະຊົນ ມີສ່ວນຮ່ວມນໍາ ໃນການພັທນາ ລະບົບຊ໊ອບແວຣ ໃນເບື້ອງຕົ້ນ.
ຫ້ອງການຢູເສດວ່າ ການໃຊ້ລະບົບ ຊ໊ອບແວຣອາຊຽນ ປ່ອງຢ້ຽມດຽວ ສໍາລັບດ່ານ ກວດພາສີນັ້ນ ເປັນສິ່ງສໍາຄັນສິ່ງນື່ງ ສໍາລັບຍຸທສາດ ການລວມຕົວ ຂອງປະຊາຄົມ ອາຊຽນ ໃນປີ 2015. ຊ໊ອບແວຣ ອາຊຽນປ່ອງຢ້ຽມດຽວ ຈະໃຊ້ເທັກໂນໂລຈີ ທີ່ຊ່ວຍໃຫ້ລະບົບ ການກວດກາສິນຄ້າ ຂອງດ່ານພາສີ ເປັນລະບົບອັນດຽວ.
ທ່ານ Alexander Fedman ປະທານ ສະພາທຸຣະກິດ ສະຫະຣັຖ-ອາຊຽນ ເວົ້າວ່າ ລະບົບ ຊ໊ອບແວຣອາຊຽນ ປ່ອງຢ້ຽມດຽວ ຈະອໍານວຍ ຄວາມສະດວກ ໃນການ ຄ້າຂາຍ ທົ່ວປະຊາຄົມ ອາຊຽນ ໄດ້ຢ່າງສະດວກສະບາຍ ແລະວ່າ ພວກທ່ານຈະວິ້ງເຕັ້ນ ໃນລະດັບຊາດ ແລະລະດັບພູມີພາກ ເພື່ອເຮັດໃຫ້ເຣື້ອງນີ້ ກາຍເປັນຄວາມຈິງ ໄດ້ໃນຖານະວ່າ ເປັນຄູ່ພາຄີ ການຄ້າກັບອາຊຽນ.