ໄທຈະຮັບຊື້ໄຟຟ້າ ຈາກລາວເພີ້ມອີກ

ຜູ້ນໍາຂອງໄທ ວ່າຈະ ພິຈາຣະນາ ຮັບຊື້ໄຟຟ້າ ຈາກ ສປປລາວ ເພີ້ມອີກ ຫລັງຈາກຂໍ້ຕົກລົງ ການຊື້ຂາຍ ໄຟຟ້າ 7,000 mw ໃນປີ 2015 ນັ້ນສິ້ນສຸດລົງ.
ສົມເນ
2010.10.15

ກົດຟັງສຽງ

ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ແລະຣັຖມົນຕຣີ ຕ່າງປະເທດ ສປປລາວ ຫລັງຈາກໄດ້ພົບກັບ ນາຍົກຣັຖມົນຕຣີ ໄທ ທ່ານ ອາພິສິດ ເວດຊາຊີວະ ເວລາ 10:30 ຕອນເຊົ້າ ຂອງວັນສຸກນີ້ ໄດ້ຖແລງຕໍ່ ສື່ມວນຊົນວ່າ ທ່ານ ນາຍົກຣັຖມົນຕຣີ ອາພິສິດ ໄດ້ກ່າວຕໍ່ທ່ານວ່າ ໄທ ຈະພິຈາຣະນາ ຊື້ໄຟຟ້າຈາກ ສປປ ລາວ ເພີ້ມອີກ ດັ່ງທ່ານໄດ້ກ່າວ ໃນຕອນນື່ງ:

"ເພິ່ນຈະ ພິຈາຣະນາ ໃນການຮັບຊື້ ໄຟຟ້າຈາກລາວ ເພີ້ມຕື່ມອີກ ເພາະວ່າບໍຣິສັດຕ່າງໆ ທີ່ໄປລົງທືນ ຢູ່ລາວ ກໍເປັນນັກລົງທືນ ຂອງປະເທດໄທ ທີ່ມີຫຸ້ນສ່ວນ ຢູ່ໃນຫັ້ນ ຫລວງຫລາຍພໍສົມຄວນ. ຖ້າເປັນແນວນັ້ນ ຂ້າພະເຈົ້າຄິດວ່າ ທາງຝ່າຍໄທ ກໍຈະສາມາດ ໃຊ້ໄຟຟ້າ ໃນຣາຄາທີ່ດີ ຖືກກວ່າໄຟຟ້າ ທີ່ຜລິດຈາກ ພະລັງງານອື່ນໆ".

ການທີ່ຝ່າຍໄທ ຈະຮັບຊື້ໄຟຟ້າ ຕື່ມອີກນັ້ນກໍຈະມີ ການພິຈາຣະນາ ກັນພາຍຫລັງປີ 2015 ຫລັງຈາກຂໍ້ຕົກລົງ ຊື້ຂາຍໄຟຟ້າ 7,000 ເມັກກາວັດ ຄົບກໍານົດ ຊື່ງໄທຮັບຊື້ ໄປຢ່າງຮຽບຮ້ອຍ ແລ້ວ 3,000 ເມັກກາວັດ. ນອກນັ້ນ ທ່ານ ທອງລຸນ ໄດ້ເວົ້າວ່າ ນາຍົກຣັຖມົນຕຣີ ບົວສອນ ບຸບຜາວັນ ຕ້ອງການເຊື້ອເຊີນ ນາຍົກຣັຖມົນຕຣີ ອາພິສິດ ເຂົ້າຮ່ວມພິທີ ເປີດນໍາໃຊ້ໂຄງການ ເຂື່ອນໄຟຟ້າ ນໍ້າເທີນ-2 ຢ່າງເປັນທາງການ:

"ແລະກ່າ ຂ້າພະເຈົ້າໄດ້ ເຊີນທ່ານ ນາຍົກອາພິສິດ ຕາມຄໍາເຊື້ອເຊີນ ຂອງນາຍົກຣັຖມົນຕຣີ ບົວສອນ ຂອງລາວທີ່ ສະເໜີໃຫ້ ທ່ານໄປເຂົ້າຮ່ວມ ພິທີເປີດນໍາໃຊ້ ໂຄງການນໍາໃຊ້ ນໍ້າເທີນສອງ ຢ່າງເປັນທາງການ ເພາະເປັນ ໂຄງການໃຫ່ຽ ແລະມີນັກລົງທືນ ຂອງໄທ ຂອງຝຣັ່ງເສດ ຂອງລາວ ທ່ານກໍຮັບປາກ ວ່າຈະ ພິຈາຣະນາ".

ໃນຕອນເຊົ້າ ຂອງວັນສຸກນັ້ນ ກ່ອນຈະພົບກັບ ນາຍົກຣັຖມົນຕຣີ ອາພິສິດ ທ່ານ ທອງລຸນ ແລະທ່ານ ກະສິດ ພິຣົມ ຣັຖມົນຕຣີ ການຕ່າງປະເທດ ຂອງໄທ ກໍໄດ້ເປັນ ປະທານຮ່ວມ ການປະຊຸມ ຄນະກັມມາທິການ ວ່າດ້ວຍຄວາມ ຮ່ວມມືລາວໄທ ຄັ້ງທີ່ 16 ຢູ່ທີ່ບາງກອກ. ສອງຝ່າຍສາມາດ ຕົກລົງກັນ ຫລາຍບັນຫາ ແລະສືບຕໍ່ໃນບັນຫາ ທີ່ຍັງຄ້າງຄາ ມາແຕ່ ກອງປະຊຸມ ຄັ້ງກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.