ບໍຣິສັດປຸງແຕ່ງຢາງ ວຽດ-ລາວ
2009.12.23
ດັ່ງຫົວໜ້າຫ້ອງການ ຊັພຍາກອນນ້ຳແລະສິ່ງແວດລ້ອມ ແຂວງຈຳປາສັກກ່າວວ່າ:
“ກໍມີໂຄງການສ້າງ ອຸດສາຫະກັມ ຂອງຢາງພາຣາ ກໍສິພັທນາໂຮງງານວວຽດ-ລາວ ກຳລັງກຽມລົງມື ຢູ່ໃນພື້ນທີ່ຂອງເພິ່ນ ສັມປະທານຫັ້ນແລ້ວ ສິໄດ້ຮັບອະນຸຍາດ ແລ້ວ ເພາະເຂົາຂຽນບົດ ສຶກສາແລ້ວ.”
ບໍຣິສັດຢາງວຽດ-ລາວ ໄດ້ຮັບສັມປະທານ ຈາກຣັຖບານເພື່ອປູກ ຢາງພາຣາໃນພື້ນທີ່ 10,000 ເຮັກຕາຣ໌ ໃນເຂດເມືອງບາຈຽງ ແຂວງຈຳປາສັກ ແລະໄດ້ລົງມືປູກ ຢາງພາຣາໄປ ແລ້ວແຕ່ສີ່ປີກ່ອນ ປັດຈຸບັນ ຕົ້ນຢາງກຳລັງໃຫຍ່ ຍ້ອນເຫດນັ້ນທາງ ບໍຣິສັດຈຶ່ງຕ້ອງການ ສ້າງໂຮງງານຜລິດຢາງພາຣາ. ນອກຈາກນີ້ຍັງມີຫລາຍ ບໍຣິສັດຂອງວຽດນາມ ທີ່ເຂົ້າມາລົງທຶນ ປູກຢາງພາຣາ ແລະສ້າງໂຮງງານ ຢູ່ພາກໃຕ້ຂອງລາວ ດັ່ງເຈົ້າໜ້າທີ່ລາວ ທ່ານນັ້ນເວົ້າອີກວ່າ:
“ຫລາຍໆບໍຣິສັດ ບໍຣິສັດ ວຽດ-ລາວ ບໍຣິສັດ ດັກລັກຂອງວຽດ ບໍຣິສັດ ທຸກບໍຣິສັດຕ້ອງ ການປູກຢາງ ເຂົາເຈົ້າກໍສິເຮັດ ໂຮງງານ ຢູ່ກັບນີ່ເລີຍ ດັກລັກກໍປູກຢາງຄືກັນ ກໍກຳລັງຈະສ້າງໄດ້ ເພາະວ່າຢາງເຂົາ ໃຫຍ່ໝົດແລ້ວ.”
ບັນຫາມີຢູ່ວ່າ ການສ້າງໂຮງງານ ປຸງແຕ່ງຢາງພາຣາ ມັກມີຜົນກະທົບຕໍ່ ສະພາບແວດລ້ອມ ເຊັ່ນສົ່ງກິ່ນເໝັນ ແລະປ່ອຍນ້ຳເປິ້ເປື້ອນ ແຕ່ເຈົ້າໜ້າທີ່ທາງ ການລາວທ່ານນີ້ກ່າວວ່າ ບໍຣິສັດ ທີ່ຈະລົງທຶນສ້າງ ໂຮງງານ ກໍຄົງໄດ້ສຶກສາ ສຳຣວດເບິ່ງຜົນກະທົບ ຕໍ່ສະພາບແວດລ້ອມ ຢ່າງຄັກແນ່ແລ້ວ ແລະມີວິທີປ້ອງກັນ ຜົນກະທົບເຫລົ່ານັ້ນ ເປັນຢ່າງດີ.