ປະຊາຊົນ ເມືອງສັງທອງ ປະເຊີນກັບ ບັນຫາ ພາສີທີ່ດິນ.
2009.02.02
ຕາມທັມດາ ແລ້ວ ໃນຊ່ວງນີ້ ແມ່ນໄລຍະ ທີ່ປະຊາຊົນ ຄວນຈະໄດ້ ເລີ່ມສັບຊ່າວ ທີ່ດິນ ເພື່ອຕຽມ ປູກເຂົ້າໄຮ່ ແລະເຮັດ ສວນພືດ ພັນຕ່າງໆ ແຕ່ຕົກມາ ໃນປີນີ້ ປະຊາຊົນ ຢູ່ບາງພື້ນທີ່ ໃນເຂດເມືອງ ສັງທອງ ນະຄອນຫລວງ ວຽງຈັນ ຊ້ຳພັດຍັງ ບໍ່ທັນສາມາດ ລົງມືເຮັດ ໄດ້ຍ້ອນວ່າ ເຈົ້າໜ້າທີ່ ຄູ້ມຄອງ ທີ່ດິນຂອງ ຣັດຖະບານ ລາວໄດ້ລົງໄປ ເຄື່ອນໃຫວເພື່ອ ຈະຈັດສັນ ການເກັບ ພາສີທີ່ດິນ ຄືນໃໝ່ ໂດຍຈະມີ ການໃຫ້ ວັດແທກ ເນື້ອທີ່ດິນ ທີ່ທຳການ ຜະລິດ ຂອງແຕ່ລະຄອບ ຄົວຄືນໃໝ່ ພ້ອມທັງມີ ການຮຽກ ເກັບເງິນ ຄ່າບໍລິການ ໃນການ ວັດແທກ ອີກດ້ວຍ ຄື ເກັບ150 ພັນກີບ ຕໍ່ເນື້ອ ທີ່ດິນ 1 ເຮັກຕາ. ນອກນັ້ນ ກໍມີ ຄ່າທຳນຽມ ເອກກະສານ ແລະຄ່າ ພາສີ ທີ່ດິນ ທີ່ຈະຕ້ອງ ໄດ້ເສັຍເປັນ ປະຈຳປີ ຕື່ມອີກ.
ຖ້າຄອບຄົວ ໃດຈັບຈ່ອງ ສັບຊ່າວດິນ ແລ້ວມາກ່ອນ ແຕ່ບໍ່ມີ ເງິນມາເສັຍ ຄ່າບໍລິການ ວັດແທກແລ້ວ ກໍຈະບໍ່ ມີສິດ ທີ່ຈະມາ ນຳໄຊ້ດິນ ຕອນນັ້ນ ເຖິງແມ່ນວ່າ ຈະມີ ເງິນເສັຍ ຄ່າພາສີ ທີ່ດິນ ປະຈຳປີ ມາແລ້ວ ກໍຕາມ ຕາມການ ບອກເລົ່າ ຂອງປະຊາຊົນ ຊາວເມືອງ ສັງທອງ ຕໍ່ຜູ້ສື່ຂ່າວ ວິທະຍຸ ເອເຊັຍເສຣິ ເມື່ອທ້າຍ ສັບປະດາ ຜ່ານມາ.
ຊາວເມືອງ ສັງທອງ ທ່ານນີ້ ບອກໃຫ້ຮູ້ ຕື່ມອີກວ່າ ຈາກບັນຫາ ດັ່ງກ່າວ ຊາວບ້ານ ກໍໄດ້ ຮ້ອງຮຽນ ຕໍ່ໜ່ວຍງານ ແລະພາກສ່ວນ ທີ່ກ່ຽວຂ້ອງ ແລ້ວ ແຕ່ກໍ ບໍ່ມີການ ແກ້ໄຂ. ແລະຊາວບ້ານ ໃນໝູ່ບ້ານ ທີ່ໄດ້ຮັບ ຜົນກະ ທົນນັ້ນ ສ່ວນຫລາຍແມ່ນ ຊົນຊາດ ແລະທຸກຍາກ ບໍ່ມີ ຄວາມຮູ້ ອາໃສການ ເຮັດໄຮ່ ເຮັດສວນ ເປັນອາຊີບ ລ້ຽງຄອບຄົວ. ໃນແຕ່ ລະປີ ຜົນເກັບກ່ຽວ ກໍບໍ່ຄ່ອຍ ຈະກຸ້ມກີນ, ບາງຄອບຄົວ ຕ້ອງໄດ້ ເປັນໜີ້, ຢືມເຂົ້າກິນ ນຳພໍ່ຄ້າ ໃນອັດຕາ ດອກເບັ້ຍສູງ ຄື ຢືມເຂົ້າ ສານ 8 ໝື່ນ ຫລື 96 ກິໂລ ແຕ່ເມື່ອເຖິງ ຣະດູ ເກັບກ່ຽວແລ້ວ ຈະຕ້ອງ ໄຊ້ແທນຄືນ ເປັນເຂົ້າເປືອກ ໃນນ້ຳໜັກ 3 ແສນ ຫລື 360 ກິໂລ ຈຶ່ງຈຸບກັນ.