ນັກລົງທຶນຕ້ອງການ ເພີ້ມພື້ນທີ່ປູກຢາງ

ນັກລົງທຶນ ຕ່າງຊາດ ຕ້ອງການ ເພີ້ມພື້ນທີ່ ປູກຢາງພາລາ ທີ່ແຂວງ ສາຣະວັນ.
ສິດນີ
2010.05.18

ເຈົ້າຫນ້າທີ່ຈາກ ຜແນກກະສີກັມ ປ່າໄມ້ທີ່ແຂວງ ສາຣະວັນ ກ່າວວ່າ ໃນປີທີ່ຜ່ານມາ ບັນດານັກລົງທຶນ ປູກຢາງພາລາ ທີ່ແຂວງສາຣະວັນ  ຕ່າງກໍ່ມີຄວາມ ຕ້ອງການທີ່ ຈະຂຍາຍພື້ນທີ່ ການປູກ ໃນເວລາດຽວກັນ ກໍ່ມີບັນຫາ ການຈັດສັນທີ່ດີນ ກັບປະຊາຊົນ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ເຂົາກໍ່ຕ້ອງການ ເພີ້ມພື້ນທີ່ຂຶ້ນ ເລື້ອຍໆຈັງຊີ້  ທີແຮກເຂົາກໍ່ວ່າ ຈະມີການປູກ ທົດລອງ ເປັນສວນສາທີດ ແບບນີ້ນະ ແຕ່ມັນກໍ່ມີການ ຂຍາຍຕົວ ເນື່ອງຈາກວ່າ ຄວາມ ອຸດົມສົມບູນ ໃນເຂດດັ່ງກ່າວ ມັນສູງແລະມັນ ໄດ້ຮັບຜົລ ຈັ່ງຊີ້ນະ".

ທ່ານກ່າວຕໍ່ໄປວ່າ ໂຄງການ ປູກຢາງພາລາ ທີ່ແຂວງສາຣະວັນ ໄດ້ເລີ້ມມາເປັນ ເວລາ 6 ປີແລ້ວ ຈາກຂໍ້ມູນຂອງ ປີທີ່ຜ່ານມາ ແຂວງສາຣະວັນ ມີພື້ນທີ່ ປູກຢາງພາລາ ກວ່າ 3 ພັນເຮັກຕາ ໃນເຂດເມືອງເລົ່າງາມ, ສາຣະວັນ, ວາປີ ຄົງເຊໂດນແລະ ເມືອງລະຄອນເພັງ. ສ່ວນໃຫຍ່ເປັນການ ລົງທຶນຈາກປະເທດ ວຽດນາມແລະໄທ ຮ່ວມທັງຫມົດ ປະມານກວ່າສິບ ບໍຣິສັດ.

ການຢາກເພີ້ມ ພື້ນທີ່ປູກຝັງ ຈາກກຸ່ມບໍຣິສັດ ເຫລົ່ານີ້ເຮັດໃຫ້ ເກີດບັນຫາກ່ຽວກັບ ພື້ນທີ່ທັບຊ້ອນ ຂອງທີ່ດິນ ທຳມາຫາກິນ ຂອງປະຊາຊົນ ຊຶ່ງບາງບໍຣິສັດ ກໍ່ຈະແບ່ງ ການປູກຝັງໃຫ້ ກັບປະຊາຊົນ ທ່ານກ່າວເພີ້ມອີກວ່າ:

"ຖ້າປະຊາຊົນ ມີພື້ນທີ່ ໃນພື້ນທີ່ໃກ້ຄຽງ ເຮົາຈະປູກ ຢາງພາລາ ທາງບໍຣິສັດ ກໍມີນະໂຍນບາຍ ວ່າເຈົ້າຕ້ອງເອົາ ແບ່ງຂອງຂ້ອຍນີ້ ໄປປູກ ໃນພື້ນທີ່ເຈົ້າ ແລະຂ້ອຍຈະ ຊື້ນຳເຈົ້າ ແລະ ກໍຣະນີທີ ສອງນີ້ ຂ້ອຍຕອ້ງຊົດເຊີຍ ໃຫ້ເຈົ້າ ແລະບໍຣິສັດ ຫລືຣັຖບານ ຕ້ອງຊົດເຊີຍ ໃຫ້ເຂົາ".

ທ່ານວ່າ ໃນເວລານີ້ ຖ້າຫາກມີບໍຣິສັດ ຢາກມາປູກພືດ ເສຖກິດຂນາດໃຫຍ່ ໃນແຂວງ ທາງການແຂວງ ກໍບໍ່ມີທີ່ດິນ ໃຫ້ແກ່ພວກຂະເຈົ້າ ປູກໄດ້ ແລະ ໃນປັດຈຸບັນ ທາງການແຂວງ ກໍ່ມີການສຳຣວດພື້ນທີ່ໃຫມ່ ເພື່ອຈັດສັນທີ່ດິນ ໃຫ້ຈະແຈ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.