ການຢືມເງິນນອກລະບົບ ດອກເບັ້ຍສູງໃນລາວ

ມີຜູ້ດ້ອຍ ໂອກາດ ຈໍານວນຫລາຍ ຢູ່ ສປປລາວ ຕ້ອງໄດ້ຢືມເງິນ ນອກລະບົບ ທີ່ມີດອກ ເບັ້ຍສູງ.
ໂພໄຊສວັດ
2010.02.18

ປະຊາຊົນ ຜູ້ທຸກຍາກ ຮ່ວມທັງ ພນັກງານ ຂອງຣັຖ ຊາວໄຮ່ຊາວສວນ ແມ່ນແຕ່ ພໍ່ຄ້າແມ່ຄ້າ ທີ່ຫາຢູ່ຫາກິນ ຢູ່ໃນໂຕເມືອງ ຕ່າງໆ ຍັງບໍ່ສາມາດ ເຂົ້າເຖິງແຫລ່ງທຶນ ນັ້ນໄດ້ ຍ້ອນວ່າທາງ ທະນາຄານ ມີ ລະບຽບ ທີ່ເຄັ່ງຄັດ ໃນການ ໃຫ້ກູ້ຢືມເງິນ ດັ່ງນັ້ນ ປະຊາຊົນ ຜູ້ດ້ອຍໂອກາດ ຈຶ່ງມີທາງເລືອກ ໃນການຢືມເງິນ ຢູ່ແຫ່ງດຽວ ຄືຢືມຈາກ ນາຍທຶນ ທີ່ສວຍໂອກາດ ຢູ່ໃນຕລາດ ນອກລະບົບ. ອັນເຮັດໃຫ້ ປະຊາຊົນ ເຫລົ່ານີ້ ທຸກຍາກລົງ ຊັກໃຊ້.

ທະນາຄານ ແຕ່ລະບ່ອນ ຈະມີລະບຽບ ໃນການ ອອກເງິນກູ້ ທີ່ແຕກຕ່າງກັນ ແຕ່ໃນສ່ວນທີ່ ເປັນເອກພາບ ເວລາ ປ່ອຍເງິນກູ້ ກໍຄືຕ້ອງໃຫ້ ລູກຄ້າ ປະກອບເອກສານ ຄົບຖ້ວນ ຖືກຕ້ອງຕາມ ລະບຽບ ຂອງທະນາຄານ ທີ່ໄດ້ ຣະບຸໄວ້. ຍ້ອນເປັນຄົນທີ່ ບໍ່ມີຄວາມພ້ອມ ແລະ ຫລັກປະກັນ ບໍ່ຄົບຖ້ວນ ຈຶ່ງຈຳເປັນ ຕ້ອງໄດ້ຢືມ ເງິນຈາກນາຍທຶນ ທີ່ສວຍໂອກາດ ທີ່ໄລ່ດອກເບັ້ຍສູງ ເມື່ອຈຳເປັນຕ້ອງ ໄດ້ໃຊ້ ເງິນ ເຊັ່ນ: 20ສ່ວນຮ້ອຍ ຕໍ່ມື້. ສ່ວນບໍລິສັດ ຈ່າຍຜ່ອນ ກໍປ່ອຍເງິນກູ້ ລະຍະຍາວ ທີ່ເກັບດອກເບັ້ຍ 50ຫາ100ສ່ວນຮ້ອຍ ຂື້ນໄປ.

ຫລັກການ ໃນການ ກູ້ຢືມເງິນ ດອກເບັ້ຍຕໍ່າ ຈາກທະນາຄານ ກໍຄືຕ້ອງ ມີຫລັກຊັບ ຄ້ຳປະກັນ ເປັນທີ່ດິນ, ເຮືອນຢູ່ແບບ ຖາວອນ ແລະ ພະຍານອື່ນໆອີກ. ໂດຍສ່ວນຫລາຍແລ້ວ ຜູ້ດ້ອຍໂອກາດ ຈະບໍ່ມີ ຫລັກຊັບ ຄ້ຳປະກັນ ທີ່ຄົບຖ້ວນ. ດ້ວຍເຫດນີ້ ພວກຂະເຈົ້າ ຈຶ່ງຕົກເປັນເຫຍື່ອ ເງິນກູ້ນອກລະບົບ ຈຶ່ງຮຽກຮ້ອງ ໃຫ້ໜ່ວຍງານ ທີ່ຮັບຜິດຊອບ ເຂົ້າມາແກ້ໄຂ ບັນຫາດັ່ງກ່າວ ເພື່ອໃຫ້ຜູ້ ດ້ອຍໂອກາດ ຟື້ນໂຕໄດ້. ສຳລັບຊາວ ກະສິກອນ ໃນຊົນນະບົດ ສ່ວນໃຫຍ່ ມີທີ່ດິນ ເປັນຂອງໂຕເອງ ແຕ່ກໍຍັງ ບໍ່ສາມາດ ເອົາມາໃຊ້ ເປັນຫລັກຊັບ ຄ້ຳປະກັນໄດ້ ເພາະຍັງບໍ່ມີ ໃບຕາດິນ ທີ່ທາງການ ອອກໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.