ຟິນແລັນແລະລາວຈະຮ່ວມ ພັທນາພະລັງງານ
2010.10.27
ກົດຟັງສຽງ
ຮອງຣັຖມົນຕຣີ ກະຊວງການ ຕ່າງປະເທດຂອງ ຟິນແລັນ ມາດາມ Ritva Koukku Ronde ທີ່ເດີນທາງໄປ ຢ້ຽມຢາມ ສປປ ລາວ ແລະເຂົ້າຮ່ວມ ກອງປະຊຸມດ້ານພະລັງງານ ແລະ ສິ່ງແວດລ້ອມ ອະນຸພູມີພາກ ແມ່ນໍ້າຂອງ ທີ່ນະຄອນຫລວງວຽງຈັນ ເມື່ອວັນອັງຄານ ນີ້ວ່າສປປ ລາວ ມີໂຄງການຈະ ພັທນາພະລັງງານ ແບບຢັ້ງຢືນພາຍໃຕ້ ການຊ່ວຍເຫລືອຂອງ ຟິນແລັນ, ຕາມລາຍງານ ຂອງໜັງສືພິມ ວຽງຈັນທາມສ໌.
ພະລັງງານແບບຢັ້ງຢືນ ຫລືວ່າພະລັງງານ ທົດແທນ ທີ່ລາວ ຈະພັທນານັ້ນ, ທ່ານວ່າ ຈະສຸມໃສ່ນໍ້າມັນ ຊີວະພາບ ເຂື່ອນຜລິດກະແສໄຟຟ້າ ຂນາດນ້ອຍຕໍ່າກ່ວາ 15 mw, ພະລັງງານ ຈາກແສງຕາເວັນ ແກສຊີວະພາບ, ນໍ້າມັນເອຕາໂນນ ທີ່ຜລິດຈາກພືດ, ແລະພະລັງງານລົມ.
ຜ່ານມາທາງການລາວ ບໍ່ມີທິດທາງຢ່າງຄັກແນ່ ກ່ຽວກັບການພັທນາ ພະລັງງານທົດແທນ ຍ້ອນຍັງຂາດ ວິຊາການດ້ານນີ້ ແລະ ຂາດທືນສນັບສນູນ, ແຕ່ກໍໄດ້ຮ່ວມມື ກັບບໍຣິສັດ ເອກກະຊົນພັທນາ ພະລັງງານທົດແທນ ໂດຍສະເພາະ ພະລັງງານຊີວະພາບ ທີ່ຜລິດຈາກນໍ້າມັນ ແກ່ນໝາກເຍົາ. ເທື່ອນີ້ ປາກົດວ່າ ລາວໄກ້ຈະສໍາເຣັດ ການຂຽນຮ່າງທິດທາງ ການພັທນາພະລັງງານ ທົດແທນແລ້ວ,ໃນນັ້ນ ຣັຖບານລາວ ຕັ້ງເປົ້າໝາຍວ່າ ພາຍໃນປີ 2025 ນີ້ ການໃຊ້ພະລັງງານ ທັງໝົດໃນລາວ, 30% ຈະເປັນພະລັງງານ ທົດແທນ ເພື່ອຫລຸດຜ່ອນ ການອີງຕໍ່ການ ນໍ້າເຂົ້ານໍ້າມັນ ປະເພດທີ່ຂຸດ ຂື້ນມາແຕ່ ພື້ນດິນ. ຮອງຣັຖມົນຕຣີ ການຕ່າງປະເທດ ຟິນແລັນວ່າ ຣັຖບານຟິນແລັນ ຈະປະກອບທືນຊ່ວຍເຫລືອ ໃນເບື້ງຕົ້ນສໍາລັບ ໂຄງການພັທນາ ພະລັງງານທົດແທນ ໃນລາວ.