ເນື້ອທີ່ດິນ ດຶງດູດ ນັກທຸຣະກິດ

ເນື້ອທີ່ດິນ ເປັນປັດໃຈນຶ່ງ ທີ່ສໍາຄັນທີ່ ດຶງດູດ ນັກທຸຣະກິດ ເຂົ້າມາລົງທຶນ ປູກຕົ້ນ ຢາງພາລາ ໃນລາວ.
ມະນີຈັນ
2009.06.24

ການປູກ ຢາງພາລາ ຢູ່ລາວ ຂຍາຍຕົວຢ່າງ ວ່ອງໄວ ໃນຂອບເຂດອັນ ກວ້າງຂວາງ ຊຶ່ງມາຮອດ ປັດຈຸບັນ ປູກແລ້ວທັງໝົດ 150ພັນເອັກຕາຣ ແລະຄາດວ່າອາຈ ເພິ້ມຂຶ້ນຮອດ 3ແສນເອັກຕາຣ ກ່ອນເຖິງປີ2020.

ໃນຈໍານວນ ຢາງພາລາ ທີ່ປູກ 150ພັນເອັກຕາຣ ນັ້ນເປັນການປູກ ຂອງປະຊາຊົນ ປະມານ25ເປີເຊັນ  ສ່ວນທີ່ເຫລືອອີກ 75ເປີເຊັນ ເປັນການ ສັມປະທານ ຂອງບໍຣິສັດ ພາຍໃນແລະຈາກ ຕ່າງປະເທດໂດຍ ສະເພາະ ບໍຣິສັດ ຈີນ-ວຽດນາມ-ແລະໄທ.

ປັດໃຈສໍາຄັນ ທີ່ດຶງດູດການ ລົງທຶນປູກ ຢາງພາລາ ໃນລາວກໍຄື ລາວຍັງມີເນື້ອ ທີ່ດິນເປົ່າວ່າງ ທີ່ກ້ວາງຂວາງ ແລະພົລເມືອງ ກໍ່ມີຍັງໜ້ອຍຢູ່. ທ່ານ Antonio Cerilles ຈາກສະມາຄົມ ຢາງພາລາ ຟິລິບປິນໃຫ້ຄໍາເຫັນຢູ່ ນອກກອງປະຊຸມ ຢາງພາລາ ອາຊຽນ ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງ ວຽງຈັນວ່າ:

“When you talk of rubber you need big jug of land …”
“ເມື່ອເວົ້າເຖິງ ຢາງພາລາ ກໍຕ້ອງເວົ້າເຖິງ ເນື້ອທີ່ດິນ ທີ່ກ້ວາງໃຫຍ່ ຊຶ່ງປາກົດວ່າ ມີພຽງກັມພູຊາ ລາວ ແລະພະ ມ້າ ຍັງມີເນື້ອທີ່ດິນ ເປີດກ້ວາງ ສໍາລັບການລົງທຶນ ປູກຢາງພາລາ ໃນເຂດເອເຊັຽ ຕາເວນອອກສ່ຽງໄຕ້.”

ຫາກຈະເວົ້າເຖິງ ປະເທດໄທ ທ່ານແນ່ໃຈວ່າ ບໍ່ມີເນື້ອທີ່ດິນ ທີ່ກ້ວາງຂວາງ ສໍາລັບ ການລົງທຶນອີກ   ຫາກເວົ້າເຖິງ ອິນໂດເນເຊັຽ ທ່ານເຫັນວ່າ ຢູ່ໃນສະພາບ ທີ່ຄ້າຍຄືກັນກັບ ຟິລິບປິນ ມີເນື້ອທີ່ເປັນ ເກາະເປັນດອນ ຊຶ່ງແຕ່ ລະເກາະດອນ ກໍມີຂໍ້ຈໍາກັດ ຕ່າງໆຕັ້ງຫລວງຫລາຍ. ຫາກຈະເວົ້າເຖິງ ມາເລເຊັຽ ກໍຊໍ້າພັດເປັນ ເນື້ອທີ່ປູກ ຕົ້ນປາມໄປແລ້ວ.

“ສ່ວນວຽດນາມ ທ່ານບໍ່ແນ່ໃຈວ່າ ວຽດນາມ ເປີດກ້ວາງ ຮັບການລົງທຶນ ພັທນາການປູກ ຢາງພາລາຫລື ແນວໃດ  ແຕ່ກໍເຫັນວ່າ ຄົນວຽດນາມ ຂະຫຍັນຫລາຍແລະ ກໍມີໂຄງການ ຂອງຕົນເອງ ຊຶ່ງທ່ານກໍບໍ່ ຄິດວ່າ ວຽດນາມ ຈະເປີດກ້ວາງໃຫ້ມີ ການລົງທຶນໃນ ເນື້ອທີ່ດິນຂອງ ວຽດນາມ.”  

ປະເທດລາວ ມີເນື້ອທີ່ດິນ ທັງໝົດ 236ພັນ 800ກິໂລແມັດ ມົນທົນ ຖ້າທຽບໃສ່ ຈໍານວນພົລເມືອງ ປະມານ 6ລ້ານຄົນ ໃນເວລານີ້ ກໍເຫັນວ່າຍັງ ມີດິນເປົ່າວ່າງ ຫລາຍຢູ່ເຖິງແມ່ນ ວ່າທາງການລາວ ຈະຂຍາຍເນື້ອທີ່ນາ ໃຫ້ໄດ້ 2ລ້ານເອັກຕາຣ ໃນປີ2020 ນັ້ນກໍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.