ກາຣທຸຈຣິຕຕໍ່ໜ້າທີ່ ປອມແປງເອກກະສານ
2010.06.09
ກາຣຂໍສັມປະທານ ທີ່ດິນ ສຳຫລັບໂຄງກາຣ ຕ່າງໆຢູ່ ສປປລາວ ຈະຕ້ອງມີ ເອກກະສາຣ ໃນກາຣຣາຍງານ ຜົລກະທົບຕໍ່ ສິ່ງແວດລ້ອມ ແລະອື່ນໆ ຊຶ່ງສ່ວນຫລາຍ ແມ່ນນັກວິຊາກາຣ ເປັນຜູ້ເຮັດ ເອກກະສາຣ ໃນດ້ານນີ້ ແລະກໍມັກຈະເກິດ ມີບັນຫາເລື້ອຽໆ ຍ້ອນມີກາຣ ປອມແປງ ເອກກະສາຣ ຊຶ່ງກໍເປັນກາຣ ທຸຈຣິຕຕໍ່ໜ້າທີ່ ແລະ ກໍເປັນກາຣຍາກ ໃນກາຣແກ້ໄຂ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ທ່ານໜຶ່ງໄດ້ກ່າວວ່າ:
“ນັກວິຊາກາຣ ທີ່ໄປເຮັດຕົວຈຶງ ກັບບໍຣິສັທ ສ່ວນຫລາຍ ກໍສິແມ່ນຕາງ ນັ້ນແຫລະ ຖ້າພນັກງານ ວິຊາກາຣເຮົາ ໄດ້ເງິນແລ້ວ ບໍຣິສັທກໍຕ້ອງໄດ້ ເນື້ອທີ່ ສັມປະທານ ເພາະວ່າວິຊາກາຣ ກໍຈະຈັດກາຣ ດ້ານເອກກະສາຣ ໃຫ້ມັນຖືກຕ້ອງ ແຕ່ວ່າມັນບໍ່ ຖືກຕ້ອງ”.
ພ້ອມດຽວກັນນີ້ ທ່ານກໍວ່າກາຣ ປອງແປງເອກກະສາຣ ຫລືກາຣເຮັດ ເອກກະສາຣໃຫ້ ຖືກຕ້ອງຕາມ ບົທວິພາກ ເສຖກິຈນັ້ນ ສ່ວນຫລາຍຈະບໍ່ ເກີດຂຶ້ນຕາມ ໂຄງກາຣໃຫຍ່ໆ ເພາະຕ້ອງໄດ້ຜ່ານ ຫລາຍໆໜ່ວຍງານ ດ້ວຍກັນ ກ່ອນທີ່ຈະຂຶ້ນໄປ ເຖິງຣະດັບ ອະນຸມັຕຈາກ ທາງຣັຖບາລ. ແຕ່ສະເພາະຜູ້ທີ່ ມີສ່ວນນຳກາຣ ທຸຈຣິຕ ສົມຮູ້ຮ່ວມຄິດນັ້ນ ສ່ວນຫລາຍຈະເປັນ ຜູ້ປະກອບກາຣ ແລະນັກວິຊາກາຣ ທີ່ເປັນຄົນລາວເອງ:
“ໂດຽສ່ວນຫລາຍກໍ ເປັນຄົນລາວ ດ້ວຍກັນ ຄົນລາວກັບ ຄົນລາວ ທີ່ເຮັດວຽກຮ່ວມກັນ ອາຈຈະເປັນ ຜົລປໂຍດຫລາຍກວ່າ”.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເນັ້ນວ່າບັນຫາ ຂອງກາຣໃຫ້ສິນບົນ ເຈົ້າໜ້າທີ່ພນັກງານ ພັກ-ຣັຖ ກໍມັກຈະມີ ຂຶ້ນເລື້ອຽໆ ຊຶ່ງກໍເປັນກາຣຍາກ ທີ່ຈະແກ້ໄຂ ໃຫ້ໝົດສິ້ນໄປ ໃນໄວໆນີ້ນັ້ນ.