ໂຄງກາຣພັທນາຂອງ ຕ່າງຊາຕໃນລາວ
2010.06.10
ໃນຣະຍະ ຜ່ານມາ ທາງຣັຖບາລ ສປປລາວ ກໍໃຫ້ກາຣ ສນັບສນູນ ກາຣເຂົ້າມາສຳຣວຈ ຊອກຫາ ຊັພຍາກອນທັມຊາຕ ເພື່ອໂຄງກາຣ ພັທນາຕ່າງໆ ເປັນຢ່າງດີ ແຕ່ໃນ ປັຈຈຸບັນນີ້ ກໍມີກາຣທົບທວນ ຄືນໃໝ່ຂັ້ນສຸດທ້າຍ ແຕ່ກ່ອນທີ່ຈະ ໃຫ້ອະນຸຍາຕ ເພື່ອປະຕິບັຕ ຕາມໂຄງກາຣ ໃນຂັ້ນຕໍ່ໄປນັ້ນ ທາງກາຣກ່ຽວຂ້ອງ ຂອງລາວ ກໍຄວນເອົາໃຈໃສ່ ທົບທວນຄືນ ໃຫ້ລະອຽດແລະຮອບຄອບ ຢ່າງເທົ່າທຽມກັນ ເພື່ອບໍ່ໃຫ້ເກີດມີ ຜົລສະທ້ອນຕໍ່ ສະພາບແວດລ້ອມ ດັ່ງເຈົ້າ ໜ້າທີ່ ຜແນກແຜນກາຣ ແລະກາຣລົງທຶນ ແຂວງອັຕປືກ່າວວ່າ:
“ໂຕຢ່າງກໍຄື ບໍຣິສັທ ໂອຈິ paper ຂອງຍີ່ປຸ່ນ ກະ 2 ປີ ກວ່າຈະໄດ້ ອະນຸມັຕ ກໍຍ້ອນວ່າຢາກ ທົບທວນ ຢາກເຮັດສັນຍາ ລະອຽດ ບ່ານມີບໍຣິສັທ ຜູ້ຢູ່ໃກ້ໆນີ້ແຫລະ ມັນຍາກຢູ່ຕຣົງ ຜູ້ຢູ່ໃກ້ ບາງເທື່ອກໍບໍ່ໄດ້ ທົບທວນ”.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເພີ່ມວ່າ ເອກກະຊົນຕ່າງ ປະເທສ ທີ່ຍື່ນ ຂໍອະນຸມັຕ ສັມປະທານຕ່າງໆ ເຊັ່ນ: ໂຄງກາຣສ້າງເຂື່ອນ ໄຟຟ້າ ປູກພືຊ ອຸຕສາຫະກັມ ແລະ ຂຸດຄົ້ນບໍ່ແຮ່ທາຕ ຕ່າງໆກໍຄວນທີ່ ຈະໄດ້ຮັບຄວາມ ເອົາໃຈໃສ່ໃນ ດ້ານກາຣ ປົກປັກຮັກສາ ສະພາບແວດລ້ອມ ດັ່ງທີ່ມີກາຣ ປະຕິບັຕກັນ ໃນບັນດາ ປະເທສ ທີ່ຈະເຣີນ ທີ່ມີກາຣໃຊ້ ຣະບົບເທຄໂນໂລຈີ ຕ່າງໆແລ້ວນັ້ນ. ແຕ່ແລ້ວທາງ ບໍຣິສັທຈາກ ປະເທສທີ່ກຳລັງ ມີກາຣພັທນານັ້ນ ມັກຈະມີກາຣ ຕໍ່ຣອງກັນ ໂດຽຈະມີກາຣ ອ້າງດ້ານງົບປະມານ ແລະ ບັນຫາຕ່າງໆ:
“ຄືເຂື່ອນເຊກະໝານ 1 ນີ້ ທັມມະດາ ພວກເຮົາຄົ້ນຄວ້າ ເອົາຕາມແບບ ຫລືວ່າສູຕຂອງ (ເຂື່ອນ) ນ້ຳເທີນ 2 ມາໃຊ້ ແຕ່ວ່າບາດສິເອົາ ສູຕເຕັມຕຳຣາ ຂອງເຂື່ອນ ນ້ຳເທີນ 2 ມາໃຊ້ຢູ່ ຜັດຍາກເພາະວ່າ ຜູ້ມາລົງທຶນ ຂໍຮ້ອງຕໍ່ຣອງ ຈັ່ງຊັ້ນຈັ່ງຊີ້ຢູ່”.
ທ່ານໄດ້ກ່າວເນັ້ນ ເພີ່ມວ່າ ສະພາບປາກົດ ກາຣຫຍໍ້ທໍ້ ດັ່ງກ່າວ ເຮັດໃຫ້ກາຣຈັດຕັ້ງ ໂຄງກາຣພັທນາ ເອກກະຊົນ ຕ່າງປະເທສຫລາຍ ໂຄງກາຣ ໄດ້ສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະກາຣດຳເນີນ ຊີວີຕ ຂອງປະຊາຊົນ ຈຶ່ງຢາກໃຫ້ທາງ ກາຣກ່ຽວຂ້ອງຂອງລາວ ໄດ້ຫາວິທີທາງ ແກ້ໄຂ.