ໝາກສາລີ ໃນແຂວງຫົວພັນ ຂາຍບໍ່ອອກ

ແຂວງຫົວພັນ ໄດ້ຮັບຜົລ ກະທົບໜັກ ຈາກວິກິດການ ເສຖກິດໂລກ ເຮັດໃຫ້ຣາຄາ ໝາກສາລີຕົກຕໍ່າ ຄ້າງສາງ ຂາຍບໍ່ອອກ ຫລາຍກວ່າ 50ພັນຕັນ.
ມະນີຈັນ
2009.07.21
F-corns ໝາກສາລີທີ່ຊາວລາວປູກຢ່າງຫລວງຫລາຍ ໃນແຂວງຫົວພັນແລະເຂດແຂວງອື່ນໆ
Photo: RFA

ວິກິດການ ເສຖກິດໂລກ ເຮັດໃຫ້ການລົງທຶນ ບໍ່ຂຍາຍຕົວ ສົ່ງຜົລກະທົບໃສ່ ຣາຄາໝາກສາລີ ໃນແຂວງຫົວພັນ ຕົກຕໍ່າ ບໍ່ມີຄົນຮັບຊື້ ຊຶ່ງກະເສຕກອນ ທົ່ວແຂວງ ຂາດທຶນ ຂາດກໍາລັງໃຈ ຢາກເຊົາອາຊີບ ປູກຝັງແລະລ້ຽງສັຕ. ພ້ອມດຽວກັນ ຣາຍໄດ້ຂອງຄອບຄົວ ຊາວກະເສຕກອນ ກໍຫລຸດລົງ ໃນຂນະທີ່ ນັກລົງທຶນ ວຽດນາມ ກໍພ້ອມທີ່ຈະຊ່ວຍ ຮັບຊື້ໝາກສາລີ ທີ່ເປັນບັນຫາ ຈໍານວນນຶ່ງ. ທ່ານ ວັນໄຊ ແພງຊຸມມາ ຫົວໜ້າຜແນກ ແຜນການ ແລະການລົງທຶນ ໃຫ້ລາຍຣະອຽດວ່າ:

"ສອງປີຜ່ານມາ ປາກົດວ່າ ຣາຄາຕົກຕໍ່າ ຍ້ອນວິກິດການ ການເງິນໂລກ ເຮັດໃຫ້ປະຊາຊົນ ທໍ້ຖອຍ ຄັນມາຮອດປີ 2008-2009 ທຽບໃສ່ປີ 2007-2008 ຍັງຫລຸດລົງຮອດ ເຄີ່ງນຶ່ງ ຍ້ອນຣາຄາ ເຂົ້າໂພດສາລີ ຕົກຕໍ່າ."

ຣາຄາໝາກສາລີ ໃນປີ2007 ກິໂລລະ 1000ກີບ ກໍຖືວ່າຕໍ່າແລ້ວ ພໍມາໃນປັດຈຸບັນ ຫລຸດລົງມາມີ ຣາຄາພຽງກິໂລ ລະ500ກີບ ສາເຫດນຶ່ງກໍຄື ນັກລົງທຶນຣາຍ ສໍາຄັນຄື ວຽດນາມ ໄດ້ຫລຸດງົບປະມານ ການລົງທຶນ ໃນແຂວງຫົວພັນລົງ. ອັຕຣາການຈ້າງງານ ກະເສຕກອນລາວ ກໍຫລຸດລົງ ເພາະເສຖກິດໂລກ ຕົກຕໍ່າ. ຄວາມຕ້ອງການຂອງ ຕລາດຫລຸດລົງ ເຮັດໃຫ້ຜົລຜລິດ ໝາກເຂົ້າສາລີ ຕົກຄ້າງໃນຕລາດ ຈໍານວນ ຫລວງຫລາຍ. ສໍາຫລັບໝາກສາລີ ທີ່ຄ້າງສາງ ຂາຍບໍ່ອອກ 50ພັນຕັນນັ້ນ ທາງຫ້ອງການ ແຜນການ ແລະການລົງທຶນ ກໍໄດ້ປະສານ ໄປຍັງກຸ່ມ ນັກລົງທຶນ ວຽດນາມ ໃນແຂວງຫົວພັນ ໃຫ້ແກ້ໄຂຊ່ວຍ. ທ່ານກ່າວຕໍ່ໄປວ່າ:

"ໂດຍຮູບການ ໃຫ້ບັນດາ ບໍຣິສັດ ເທທຶນອອກມາ ຈໍານວນນຶ່ງເພື່ອຊື້ ເອົາສາລີທີ່ ມັນຄ້າງ ປີທີແລ້ວນີ້ເນາະ ໃຫ້ປະຊາຊົນ ທີ່ບໍ່ໄດ້ຂາຍແລ້ວ ແມ່ນໄປຄົ້ນຄວ້າ ຣາຄາຄືນໃໝ່."

ນັກລົງທຶນ ວຽດນາມກຸ່ມໃຫຍ່ ທີ່ລົງທຶນ ໃນແຂວງຫົວພັນ ບອກວ່າຍີນດີ ທີ່ຈະຊ່ວຍຊາວ ກະເສຕກອນ ໂດຍທ້ອນເງິນ ສ່ວນນຶ່ງຂອງ ງົບປະມານລົງທຶນ ເຂົ້າມາຮັບ ຊື້ຜົລຜລິດ ໝາກສາລີ 50ພັນຕັນ.

ຊາວກະເສຕກອນ ແຂວງຫົວພັນ ປັດຈຸບັນ ຫັນມາປູກ ໄມ້ປ້ອງ ໄມ້ຮວກ ໄມ້ຊາງ ເພີ່ມຂຶ້ນ ແທນການປູກ ໝາກສາລີ ໝາກຖົ່ວເຫລືອງ ເພື່ອຫລຸດຜ່ອນ ຄວາມສ່ຽງ ຣາຄາທີ່ອາຈຕົກ ຕໍ່າລົງອີກນັ້ນ ທ່ານກ່າວ ໃນຕອນທ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.