ຂ.ເຊກອງຈະບໍ່ມີ ເຂົ້າສານພຽງພໍ

ປະຊາຊົນ ໃນເມືອງ ດັກຈຶ້ງ ແຂວງເຊກອງ ຈະຂາດແຄນເຂົ້າກິນ ໃນລະຍະ 6 ເດືອນ.
ສົມເນ
2010.11.01
F-rice-field ຕົວຢ່າງຕົ້ນເຂົ້າໃນນາ ຢູ່ພາກກາງຂອງລາວ ທີ່ກໍາລັງໃຫຍ່ສູງ ແລະຊາວນາກໍຕຣຽມພ້ອມ ທີ່ເລີ້ມເກັບກ່ຽວ
Tyler Chapman/RFA

ກົດຟັງສຽງ

ປະຊາຊົນ ໃນເມືອງດັກຈຶ້ງ ແຂວງເຊກອງ ຈະບໍ່ມີເຂົ້າກິນ ພຽງພໍ ນັບແຕ່ນີ້ໄປ ຮອດກາງປີ 2011 ຍ້ອນໄດ້ຮັບຜົນກະທົບ ຈາກໄພແຫ້ງແລ້ງ ແລະ ສັດຕຣູພືດ ທີ່ທໍາລາຍຕົ້ນເຂົ້າ ຊືື່ງເກັບກ່ຽວໄດ້ ສະເລັ່ຽ 3 ໂຕນ ຕໍ່ນື່ງເຮັກຕາ. ຕາມທີ່ທ່ານ ທະນູຈອນ ສິດປັນຍາສອນ ຮອງຫົວໜ້າຜແນກ ກະສິກັມປ່າໄມ້ ເມືອງດັກຈຶ້ງ ໄດ້ກ່າວເຖິງເຫດຜົນ ທີ່ປະສົບກັບການ ຂາດແຄນເຂົ້າວ່າ:

 "ປີນີ້ ລະຍະເດືອນຫ້າ ຫາ ເດືອນເຈັດຖືກໄພ ແຫ້ງແລ້ງ. ສາເຫດທີສອງ ຍ້ອນພືດຖືກທໍາລາຍ ເປັນຕົ້ນ ໜູແລະສັດປ່າ ທໍາລາຍ ສາເຫດທີ 3 ນີ້ກໍເນື່ອງມາຈາກ ການບຸກເບີກ ເນື້ອທີ່ນາ ບໍ່ໄດ້ຕາມ ລະດັບເກົ່າ".

ທ່ານວ່າ ຍ້ອນສາເຫດ ທີ່ກ່າວມານີ້ ປະຊາຊົນໃນເຂດ ເມືອງດັກຈຶ້ງ ຈະບໍ່ມີເຂົ້າກິນ ພຽງພໍນັບແຕ່ ທ້າຍປີ 2010 ໄປເຖິງກາງປີ 2011 ຊື່ງຖືວ່າເປັນ ສະຖານະການ ຂາດແຄນເຂົ້າຢ່າງ ຮ້າຍແຮງ ກ່ວາປີ ຜ່ານມາ. ປະຊາຊົນຈໍານວນນື່ງ ຈໍາເປັນຕ້ອງຊອກຫາ ອາຫານປະເພດ ມັນ ຫລືພືດ ອື່ນໆທົດເທນ. ພ້ອມດຽວກັນ ປະຊາຊົນກໍຫວັງວ່າ ຣັຖບານຈະຫາວິທີ່ ນໍາເອົາເຂົ້າ ມາຊ່ວຍເຫລືອ. ໃນປີຜ່ານມາ ເມືອງນີ້ກໍປະສົບ ກັບການຂາດ ແຄນເຂົ້າແລ້ວ ຕົກມາຮອດປີນີ້ ກໍຍິ່ງຮ້າຍແຮງ ຂື້ນກວ່າເກົ່າ:

"ຄືປີກາຍນີ້ ຂາດເຂົາກິນ ປະມານ 3-4 ເດືອນ ປີນີ້ຖືວ່າເບິ່ງແລ້ວ ກໍສລຸບເນື້ອທີ່ ກໍຫລູດລົງ ໂດຍສະເພາະເນື້ອທີ່ ແລະ ຜົນຜລິດ ກໍຕົກລົງ ແຂວງເຊກອງ ເປັນແຂວງທີ່ມີ ປະຊາກອນນ້ອຍ ມີປະມານ 85,000 ກວ່າຄົນ ແລະ ເຂດເມືອງດັກຈືງ ມີປະຊາກອນ ປະມານ 3,600 ຄົນ ສ່ວນໃຫ່ຽ ເປັນຊົນເຜົ່າລາວເທິງ ທີ່ອາໄສການ ເຮັດໄຮ່ທໍານາ ແບບທັມມະຊາດ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.