ບໍຣິສັດວຽດນາມ ຍຶດທີ່ດິນຊາວບ້ານ
2010.03.23
ເຈົ້າຫນ້າທີ່ ຈາກຫ້ອງການ ແຂວງອັດຕະປື ເວົ້າວ່າ ປະຊາຊົນ ໃນແຂວງເປັນຈຳນວນ ຫລວງຫລາຍ ພາກັນຮຽກຮ້ອງ ໃຫ້ຫນ່ວຍງານທີ່ກ່ຽວຂ້ອງ ກັບການອອກ ສັມປະທານທີ່ດີນ ເພື່ອປູກຢາງພາລາ ແກ່ບໍຣິສັດ ວຽດນາມ ເຂົ້າມາສືບສວນ ການໃຊ້ທີ່ດີນ ຂອງບໍຣີສັດ ດັ່ງກ່າວ ເພາະຊາວບ້ານເຫັນວ່າ ບໍຣິສັດໃຊ້ທີ່ດີນ ໃນການ ປູກຝັງເກີນຂອບເຂດ ຈົນກວມເອົາດິນຊາວບ້ານ ໃນຫລາຍພື້ນທີ່ ດັ່ງທ່ານເວົ້າ ໃນຕອນນື່ງວ່າ:
"ຄືສ່ວນນື່ງຖືກ ຢູ່ເມືອງຊານໄຊ ທຳອີດຫັ້ນຖືກ ຫນ້ອຍດຽວ 1,000 ເຮັກຕາ ເອົາໄປເອົາມດຽວນີ້ ຫມົດເນື້ອທີ່ ພໍ່ແມ່ປະຊາຊົນ ຢູ່ພາກເຊກະຫມານ ເບີ່ງເນາະ ຄຳຮ້ອງທຸກຂອງ ປະຊາຊົນ ຈົນຢາກເຕັມແຟມນື່ືງ ໄຮ່ນາຮົ້ວສວນ ຂະເຈົ້າບໍ່ເຫລືອ".
ທ່ານກ່າວຕໍ່ໄປວ່າ ໃນຣະຍະ 2-3 ປີທີ່ຜ່ານມາ ການເຂົ້າມາບຸກເບີກ ພື້ນທີ່ຂອງ ບໍຣິສັດວຽດນາມ ລາຍນື່ງ ທີ່ໄດ້ຮັບ ສັມປະທານ ປູກຢາງພາລາ ໃນແຂວງອັດຕະປື ເຮັດໃຫ້ປະຊາຊົນ ສູນເສັຽທີ່ດີນ ເປັນຈຳນວນຫລວງຫລາຍ ໂດຍສະເພາະ ໃນເຂດເມືອງຊານໄຊ ມີສຽງຈົ່ມຈາກ ປະຊາຊົນວ່າ ບໍຣິສັດດັ່ງກ່າວ ໄດ້ເຂົ້າມາບຸກຣຸກ ບ່ອນທຳມາຫາກີນ ຂອງພວກຂະເຈົ້າ ໂດຍອ້າງວ່າ ໄດ້ຮັບອະນຸຍາດ ຈາກທາງການ ເປັນທີ່ລຽບລ້ອຍແລ້ວ ແຕ່ປະຊາຊົນ ບໍ່ເຊື່ອ. ຈື່ງສົ່ງຫນັງສື ຮຽກຮ້ອງໃຫ້ ເຈົ້າຫນ້າທີ່ ກ່ຽວຂ້ອງທາງແຂວງ ເຂົ້າມາສືບສວນ ແຕ່ບໍ່ມີຫນ່ວຍງານໃດ ເຂົ້າມາແກ້ໄຂບັນຫາ ດັ່ງກ່າວ ໃນເວລານີ້ເທື່ອ. ທ່ານເວົ້າເພີ້ມອີກວ່າ:
"ເຂົາຈົນໄດ້ ເວົ້າກັນວ່າ ດຽວນີ້ມີບໍ ຄນະກັມມະການ ຄູ້ມຄອງບໍຣິສັດ ປາກົດວ່າ ມີໃຜແດ່ ບໍ່ເຫັນວ່າເຮັດ ຫນ້າທີ່ການເມືອງ ຖ້າວ່າຖືກແທ້ ດິນສັມປະທານ ບໍເຮັດຫນ້າທີ່ ການເມືອງກັບ ປະຊາຊົນ ຄັນບໍ່ຖືກ ຈະເຮັດຫນ້າທີ່ ການເມືອງ ກັບປະຊາຊົນ ແນວໃດ".
ເຈົ້າຫນ້າທີ່ ທ່ານດຽວກັນນັ້ນ ກ່າວມ້ວນທ້າຍວ່າ ສະພາບຄວາມເປັນຈີງ ພື້ນທີ່ດັ່ງກ່າວ ໃນປັດຈຸບັນນີ້ ປະຊາຊົນ ຈຳນວນຫລວງຫລາຍ ບໍ່ມີທີ່ດີນສຳລັບ ການກະເສດ ແລະທີ່ດິນທີ່ຖືກ ບໍຣິສັດວຽດນາມ ຍຶດເອົາໄປນັ້ນ ກໍ່ຖືກດັດແປງ ສະພາບໃຫມ່ ເພື່ອໃຊ້ປູກຢາງພາລາ ຂອງເຂົາເຈົ້າ.