ນັກທຸຣະກິດໄທ ຢາກລົງທຶນໃນລາວ ແບບໝັ້ນໃຈ
2010.06.21
ປະທານ ສະມາຄົມ ໄທ-ລາວ ເພື່ອມິຕພາບເວົ້າວ່າ ຂນະນີ້ເປັນ ໂອກາດອັນດີ ສຳຣັບ ນັກທຸຣະກິດໄທ ທີ່ຈະໄປລົງທຶນ ຢູ່ສປປລາວ ໂດຍສະເພາະ ໃນດ້ານ ອຸດສາຫະກັມ ພລັງງານ ແລະການກະເສດ. ໃນກອງປະຊຸມ ໃຫຍ່ປະຈຳປີ 2010 ສະມາຄົມ ໄທ-ລາວ ເພື່ອມິຕພາບ ໄດ້ເລືອກຕັ້ງ ຄນະກັມມະການ ບໍຣິຫານ ສະມາຄົມ ປະຈຳປີ 2010-2012 ແລະໄດ້ຮ່ວມມື ກັບເຈົ້າໜ້າທີ່ກົມ ເອເຊັຍຕາວັນອອກ ກະຊວງການຕ່າງ ປະເທດຂອງໄທ ເພື່ອຈັດສັມມະນາ ຂື້ນໃນຫົວຂໍ້ “ການລົງທຶນໃນສປປລາວ: ໂອກາດໃໝ່ ແລະປະສົພການ ໄປສູ່ຄວາມສຳເຣັດ” ໂດຍມີນັກລົງທຶນ ນັກທຸຣະກິດ ທັງຊາວໄທ ແລະລາວ ເຂົ້າຮ່ວມຟັງຢ່າງ ຫຼວງຫຼາຍ.
ທ່ານ ວິຣະພົງ ຣາມາງກູນ ປະທານ ສະມາຄົມ ໄທ-ລາວ ເພື່ອມິຕພາບ ກ່າວວ່າ ສະມາຄົມໄທ-ລາວ ສນັບສນູນ ການເສີມສ້າງຄວາມ ສຳພັນແລະຄວາມເຂົ້າໃຈ ອັນດີຣະຫວ່າງ ໄທແລະລາວ ທັງໃນດ້ານການ ດຳເນີນກິຈການ ສັງຄົມ ວັທນະທັມ ເສຖກິດແລະ ວິຊາການ ຕ່າງໆ.
ການດຳເນີນງານ ທຸກຢ່າງຈະເປັນ ໄປຕາມນະໂຍບາຍ ຂອງຣັຖບານ ຊຶ່ງສົ່ງເສີມໃຫ້ ມີການລົງທຶນ ຢູ່ລາວຫລາຍຂື້ນ ໂດຍສະເພາະທາງ ການອຸດສາຫະກັມ ພລັງງານ ການກະເສດ ແລະໂລຈິສຕິກ ເພາະລາວ ເປັນທາງຜ່ານໄປ ປະເທດທີ່ສາມ ເຊັ່ນຈີນແລະວຽດນາມ.
ທ່ານ ວິຣະພົງ ເວົ້າອີກວ່າ ຖ້າຫາກ ນັກທຸຣະກິດໄທ ປະສົບກັບບັນຫາ ໃນການໄປລົງທຶນ ຢູ່ລາວ ທາງສະມາຄົມ ຍິນດີຈະໃຫ້ ການປຶກສາຫາລື ແລະຊ່ວຍເຫລືອ. ສ່ວນນັກທຸຣະກິດ ທີ່ເຄີຍໄປລົງທຶນ ຢູ່ລາວເວົ້າວ່າ ການລົງທຶນຢູ່ລາວ ມີຄວາມເປັນໄປໄດ້ ຈະໄດ້ຮັບຄວາມ ສຳເຣັດສູງ ແຕ່ໃຫ້ ຣະມັດຣະວັງ ກົດໝາຍຂອງລາວ ຍັງມີຂໍ້ຈຳກັດ ການລົງທຶນຂອງ ຕ່າງປະເທດ ຫລາຍຢູ່.