ຜົລຜລິດເຂົ້າແຂວງໄຊຍະບູຣີ ບໍ່ໄດ້ຕາມຄາດໝາຍ

ພັຍນ້ຳຖ້ວມປີນີ້ ໄດ້ສ້າງຜົລກະທົບ ຕໍ່ຊາວກະສິກອນ ແຂວງໄຊຍະບຸຣີ ຢ່າງຫລວງຫລາຍ ເຮັດໃຫ້ກາຣຜລິຕ ເຂົ້ານາປີບໍ່ໄດ້ ຕາມຄາດໝາຍ.
ຫວາດ ສີມູນ
2009.11.11

ຊາວກະສິກອນ ແຂວງໄຊຍະບຸຣີ ປີນີ້ ໄດ້ຮັບຜົລກະທົບ ຈາກພັຍທັມມະຊາຕ ຢ່າງຫລວງຫລາຍ ຍ້ອນພັຍນ້ຳຖ້ວມ ແລະ ບາງຕົວເມືອງກໍເກີດ ຄວາມແຫ້ງແລ້ງ ພ້ອມຍັງມີສັຕຣູພືຊ ທຳລາຍຕົ້ນເຂົ້າ ຈຶ່ງເປັນກາຣສ້າງບັນຫາ ເຮັດໃຫ້ກາຣຜລິຕເຂົ້ານາປີ ບໍ່ໄດ້ຕາມຄາດໝາຍ ດັ່ງທ່ານສົມຈິຕ ຈັນທະວົງ ຮອງຫົວໜ້າແຜນກ ກະສິກັມແລະປ່າໄມ້ ປະຈຳແຂວງກ່າວວ່າ:

“ພວກເຮົາກໍມີບັນຫາ ຈຳນວນໜຶ່ງ ແມ່ນວ່າບາງເມືອງ ກໍຖືກນ້ຳຖ້ວມ ກໍມີຜົລເສັຽຫາຍ ຫລາຍພໍສົມຄວນ ແລະ ອີກບາງເຂຕ ບາງເມືອງນັ້ນແຫ້ງແລ້ງ ເຮັດໃຫ້ເຂົ້າ ຫ່ຽວແຫ້ງຕາຍ ເຖິງວ່າບໍ່ຕາຍ ກໍຜົລຜລິຕບໍ່ໄດ້ ເຕັມເມັດເຕັມໜ່ວຍ ອັນນີ້ກໍເກີດກາຣ ເສັຽຫາຍສູງພໍສົມຄວນ”.

ພ້ອມດຽວກັນນີ້ ທ່ານກໍວ່າ ກ່ຽວກັບຄວາມເສັຽຫາຍ ດັ່ງກ່າວ ກໍມີພາຄສ່ວນວິຊາກາຣ ເຂົ້າໄປໃຫ້ຄວາມແນະນຳ ຊ່ວຍເຫລືອຊາວກະສິກອນ ໃນດ້ານກາຣເຮັດນາ ແຕ່ກໍຕ້ອງໃຊ້ເວລາ ໃນກາຣຟື້ນຟູຕ່າງໆ ຕາມເຂຕ ທີ່ມີພັຍນ້ຳຖ້ວມ ຫລືຄວາມແຫ້ງແລ້ງ. ນອກຈາກນັ້ນກໍຍັງມີ ບັນຫາ ທີ່ມີສັຕຣູພືຊ ທີ່ໄດ້ສ້າງຄວາມເສັຽຫາຍ ຢ່າງຫລວງຫລາຍ ເຊັ່ນກັນ ດັ່ງທີ່ທ່ານສົມຈິຕ ໄດ້ ແຈ້ງເພີ່ມວ່າ:

“ແລະອີກອັນໜຶ່ງ ບັນຫາເຣື່ອງສັຕຣູພືຊ ເປັນຕົ້ນແມ່ນໜູ ພຍາທເປັນຜົລກະທົບ ຕໍ່ກາຣຜລິຕເຂົ້າ ນາປີຂອງພວກເຮົາ ຫລາຍພໍສົມຄວນ ມາຮອດປັຈຈຸບັນ.”

ເຈົ້າໜ້າທີ່ລາວທ່ານນີ້ ໄດ້ກ່າວຢ້ຳວ່າ ເຖິງຈະມີບັນຫາ ດັ່ງກ່າວນີ້ນັ້ນກໍຕາມ ແຕ່ກໍມີບາງຕົວເມືອງ ທີ່ສາມາດຜລິຕ ເຂົ້ານາປີດີ ພໍສົມຄວນໃນປີນີ້ ໂດຽສເລັ່ຽແລ້ວ ປະມານ 63 ຕັນຕໍ່ພື້ນທີ່ 1 ເຮັກຕ໊າຣ໌ ເຮັດໃຫ້ກາຣຜລິຕ ເຂົ້ານາພາຍໃນແຂວງ ແຕ່ຕົ້ນປີມາ ເຖິງປັຈຈຸບັນດີ ກວ່າປີທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.