ຢາງພາຣາຈະເປັນ ສິນຄ້າສົ່ງອອກຂອງລາວ

ທາງກາຣລາວ ຈະສົ່ງເສີມ ອຸຕສາຫະກັມ ຢາງພາຣາ ໃຫ້ເປັນສິນຄ້າ ທີ່ສໍາຄັນ ໃນກາຣສົ່ງອອກ.
ຫວາດ ສີມູນ
2010.05.28

ທາງກາຣ ສປປລາວ ມີແຜນ ທີ່ຈະພັທນາ ຢາງພາຣາ ໃຫ້ເປັນຣະດັບ ອຸດສາຫະກັມ ທີ່ມີຄຸນນະພາບ ດີພຽງພໍ ໃຫ້ເປັນສິນຄ້າ ທີ່ສຳຄັນແລະ ຈະໃຫ້ສາມາດ ສົ່ງອອກ ຕ່າງປະເທສ ໄດ້ຕາມເປົ້າ ໝາຍພາຍໃນ 4 ປີຂ້າງໜ້ານີ້. ດັ່ງເຈົ້າໜ້າທີ່ ທ່ານໜຶ່ງຈາກ ກະຊວງກະສິກັມ ແລະປ່າໄມ້ ໄດ້ກ່າວວ່າ:

“ທາງຝ່າຍລາວ ດຽວນີ້ໄດ້ ກະກຽມເອົາ ຢາງພາຣາ ເຂົ້າຢູ່ໃນບັນຊີ ສິນຄ້າສົ່ງອອກ ຂອງປະເທສລາວ ໃນອະນາຄົຕ ເພາະວ່າດຽວນີ້ ເອົາເຂົ້າບັນຊີ ກໍບໍ່ໄດ້ ເພາະມັນ ໜ້ອຍເກີນໄປ ກໍກຽມໄວ້ໃນ ອະນາຄົຕ ກໍອີກປະມານ 4 ປີ”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ ທາງກະຊວງ ກາຣຄ້າ ພ້ອມດ້ວຍ ກະຊວງແຜນກາຣ ແລະກາຣລົງທຶນ ກໍມີກາຣ ພິຈາຣະນາ ຮ່ວມກັນໃນດ້ານ ອັດຕຣາພາສີ ຂອງກາຣສົ່ງ ຢາງພາຣາ ອອກຂາຍຕ່າງ ປະເທສ ແຕ່ໃນປັຈຈຸບັນນີ້ ຍັງບໍ່ທັນມີ ຄວາມພ້ອມ ຍ້ອນຕົ້ນຢາງ ບໍ່ທັນໃຫຍ່ພຽງພໍ ທີ່ຈະສາມາດ ຂີດເອົານ້ຳຢາງ ມາເປັນ ສິນຄ້າ ເພື່ອສົ່ງອອກຂາຍ ຕ່າງປະເທສ ໂດຽຄາດວ່າ ປະເທສຈີນ ຈະເປັນຜູ້ຮັບຊື້ ຣາຍໃຫຍ່ທີ່ສຸດ.

ເຖິງຢ່າງໃດກໍຕາມ ໂຄງກາຣປູກຕົ້ນ ຢາງພາຣາ ໃນປະເທສລາວ ໄດ້ເຣີ່ມຂຶ້ນໃນ ຕົ້ນປີ 2000 ໂດຽພາຄ ສ່ວນເອກກະຊົນ ແລະປັຈຈຸບັນ ກໍມີກາຣຂຍາຍຕົວ ໄປທົ່ວ ປະເທສ ໂດຽມີ ນັກທຸຣະກິຈ ຊາວຕ່າງຊາຕ ເປັນຜູ້ລົງທຶນ ສ່ວນໃຫຍ່ ແລະກໍມີບາງສ່ວນ ເທົ່ານັ້ນທີ່ຂຶ້ນ ກັບປະຊາຊົນ ລາວເອງ ຊຶ່ງທັ້ງໝົດ ກໍຖືວ່າຍັງເປັນ ກາຣທົດລອງ ດ້ານຜລິຕພັນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.