ບໍຣິສັດຍິປຸ່ນ ຈະປູກຕົ້ນໄມ້ ອຸດສາຫະກັມ

ຣັຖບານລາວ ສເນີໃຫ້ບໍຣິສັດ OJI Lao ປູກຕົ້ນໄມ້ ອຸດສາຫະກັມ
ມະນີຈັນ
2010.01.26

ຣັຖບານລາວ ຈັດກອງປະຊຸມ ປຶກສາຫາຣື ຮ່ວມກັບບໍຣິສັດ OJI Lao Plantation ຈາກປະເທດຍີ່ປຸ່ນ ທີ່ລົງທຶນປູກຕົ້ນໄມ້ ອຸດສາຫະກັມ ຢູ່ແຂວງຄໍາມ່ວນ ແລະ ບໍລິຄໍາໄຊ ເພື່ອສເນີໃຫ້ທາງ ບໍຣິສັດ ເຮັດບົດປະເມີນ ຜົລກະທົບທາງດ້ານ ສິ່ງແວດລ້ອມແລະສັງຄົມ ຢ່າງລະອຽດ ເພາະກັງວົນວ່າ ການເຕີບໂຕຂອງກິຈການ ດັ່ງກ່າວ ອາຈກໍ່ໃຫ້ເກີດ ຜົລກະທົບຕໍ່ ສິ່ງແວດລ້ອມແລະສັງຄົມ ໃນລະຍະຍາວ. ເຈົ້າໜ້າທີ່ຫ້ອງການ ຊັພຍາກອນນໍ້າ ແລະສິ່ງແວດລ້ອມ ແຂວງຄໍາມ່ວນ ກ່າວກ່ຽວກັບເລື່ອງນີ້ວ່າ:

"ເຂົ້າເຈົ້າ ປູກມາສິບປີແລ້ວ ເຂົາເຈົ້າກໍເຮັດແຕ່ ມັນເປັນການສຶກສາ ຜົລກະທົບສິ່ງແວດລ້ອມ ແລະສັງຄົມ ເບື້ອງຕົ້ນ ແຕ່ດຽວນີ້ເຫັນວ່າ ມັນເນື້ອທີ່ມັນໃຫຍ່ ຄວນຈະ ເຮັດການສຶກສາ ຜົລກະທົບສິ່ງແວດລ້ອມ ແລະສັງຄົມ ແບບລະອຽດເຮັດ EIA ເນາະ ຜ່ານມາແລ້ວເຮັດ IEE".

ບໍຣິສັດ OJI Lao Plantation ນີ້ ໄດ້ຮັບສັມປະທານທີ່ດິນ ເພື່ອປູກຕົ້ນໄມ້ ອຸດສາຫະກັມ ໃນພື້ນທີ່ 50ພັນເອັກຕາຣ ໃນລະຍະ50ປີ.  ແລະຂະນະນີ້ ທາງບໍຣິສັດ ໄດ້ທໍາການປູກຕົ້ນໄມ້ ຢູກາລິບຕັສ ແລະ ຕົ້ນໄມ້ທ້ອງຖິ່ນອຶ່ນໆ ໃນເຂດເມືອງຫີນປູນ ແຂວງຄໍາມ່ວນ ແລະເມືອງປາກກະດິງ ແຂວງບໍລິຄໍາໄຊ ໃນເນື້ອທີ່ປະມານ 20ເອັກຕາຣ. ພ້ອມດຽວກັນນີ້ ທ່ານກໍກ່າວເຖິງ ຜົລກະທົບທາງ ດ້ານສິ່ງແວດລ້ອມ ທີ່ອາຈເກີດຂຶ້ນໄດ້:

"ຄວາມສ່ຽງ ທີ່ເຂົາເຈົ້າຄາດກະໄວ້ ກໍຄືວ່າ ຢ້ານວ່າ ດິນນີ້ມັນເຊື່ອມໂຊມ ທາງດ້ານຄຸນນະພາບ ຂອງດິນເນາະ ເຮັດໃຫ້ດິນນີ້ ເປັນດິນແຫ້ງແລ້ງ ຕາມທີ່ຫລາຍ ອົງການນີ້ວ່າ ການປູກໄມ້ພວກຢູຄານີ້ ມັນຈະເປັນການທໍາລາຍ ຊັ້ນດິນ".

ທ່ານວ່າ ທາງບໍຣິສັດ ໄດ້ມີແຜນການ ເພື່ອແກ້ໄຂບັນຫາ ດັ່ງກ່າວ ດ້ວຍການປູກພືດ ຊນິດອື່ນ ເພື່ອຮັກສາ ຄຸນນະພາບຂອງດິນ. ນອກຈາກນີ້ ຣັຖບານລາວ ຍັງຢາກໃຫ້ທາງ ບໍຣິສັດ ມີວິທີການ ໃນການທົດແທນ ແລະຟື້ນຟູ ສະພາບແວດລ້ອມ ພາຍຫລັງ ສິ້ນສຸດໂຄງການ. ພ້ອມດຽວກັນ ກໍສເນີໃຫ້ທາງ ບໍຣິສັດ ກໍ່ສ້າງໂຄງຮ່າງ ພື້ນຖານເພີ່ມຕື່ມ ໃຫ້ແກ່ຊຸມຊົນ ຊຶ່ງທ່ານກໍວ່າ ທາງບໍຣິສັດ ມີແຜນການນັ້ນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.