ທາງການລາວ ຍຶດທໍາລາຍ ສິນຄ້າກ່າຍແບບ

ທາງການລາວ ທໍາລາຍສິນຄ້າກ່າຍແບບ ຫລືສິນຄ້າ ລະເມີດລິຂສິດ ຄັ້ງໃຫ່ຽໃນລາວ.
ສົມເນ
2010.01.26

ກົມຊັບສິນທາງປັນຍາ ມາຕຖານແລະວັດແທກ ປະຈໍາສໍານັກງານ ນາຍົກຣັຖມົນຕຣີ ໄດ້ຮ່ວມມືກັບ ສານປະຊາຊົນ ນະຄອນຫລວງວຽງຈັນ ກົມຕໍາຣວດເສຖກິດ ກົມພາສີ ກົມການຄ້າພາຍໃນ ກົມນະໂຍບາຍ ການຕ່າງປະເທດ ກົມອາຫານແລະຢາ ສະພາອຸດສາຫະກັມ ການຄ້າແລະບໍຣິສັດ ຢູນີຣີເວີ້ ຊື່ງເປັນບໍຣິສັດ ຮ້ອງຟ້ອງ ຍ້ອນວ່າສິນຄ້າຖືກກ່າຍແບບ ໄດ້ປະກາດທໍາລາຍ ສິນຄ້າທີ່ປອມແປງ ຈໍານວນຫລາຍສິບລາຍການ ໃນທ້າຍສັປດາ ຜ່ານມາ ຢູ່ທີ່ສໍານັກງານ ນາຍົກຣັຖມົນຕຣີ, ຕາມລາຍງານຂ່າວ ຈາກນະຄອນຫລວງວຽງຈັນ.

ລາຍງານວ່າ ກ່ອນໜ້ານີ້ ເຈົ້າໜ້າທີ່ຕໍາຣວດ ເສຖກິດແລະພາກສ່ວນ ກ່ຽວຂ້ອງ ໄດ້ບຸກເຂົ້າໄປ ຍຶດກິຈການ ແຫລ່ງຜລິດສິນຄ້າປອມແປງ ທີ່ຕັ້ງເປັນໂຮງງານ ຢູ່ເຂດບ້ານວັງໃຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະໄດ້ຍຶດໂຮງງານ ເຄື່ອງຈັກຜລິດສິນຄ້າ ແລະພາຫານະຈໍານວນນື່ງ ພ້ອມທັງດໍາເນີນຄະດີ ເຈົ້າຂອງໂຮງງານ ທີ່ເປັນຄົນຕ່າງຊາດ ຕາມລະບຽບ ກົດໝາຍບ້ານເມືອງ.

ສິນຄ້າທີ່ກ່າຍແບບ ສ່ວນມາກເປັນປະເພດ ເຄື່ອງສໍາອາງ ຜລິຕພັນປຸງແຕ່ງອາຫານ ແລະສິນຄ້າເຄມີ ທີ່ມີຄວາມສ່ຽງ ຕໍ່ສຸຂພາບ. ສິນຄ້າທີ່ກ່າວມານີ້ ຖືກກວດເຫັນ ວ່າເປັນສິນຄ້າ ທີ່ລະເມີດການຄ້າ ໜີພາສີອາກອນ ສາທາຣະນະສຸຂ ຊັບສິນທາງປັນຍາ ແລະຣະບຽບການສານ. ສິນຄ້າທັງໝົດ ນອກຈາກຂາດ ມາຕຖານແລ້ວຍັງ ມີຜົນຮ້າຍຕໍ່ສຸຂພາບ ຜູ້ບໍຣິໂພກອີກດ້ວຍ.

ການທໍາລາຍ ສິນຄ້າກ່າຍແບບເທື່ອນີ້ ຖືວ່າເປັນຄັ້ງ ຍິ່ງໃຫ່ຽທີ່ສຸດ ເພາະວ່າມີສິນຄ້າ ຫລາຍຊນິດແລະ ຫລາຍລາຍການ ຄິດເປັນມູນຄ່າລວມ ຫລາຍຮ້ອຍລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.