ຫ້າມກິນຜັກ ຈາກ ບ້ານນາພອກ
2009.03.19
ໃນຂະນະນີ້ ສປປລາວ ຍັງບໍ່ມີ ກົດໝາຍ ວ່າດ້ວຍການນຳ ສານເຄມີ ເຂົ້າປະເທດ ທີ່ຊັດເຈນ ເທົ່າທີ່ຄວນ. ດັ່ງນັ້ນ ຈຶ່ງເຮັດໃຫ້ມີ ພວກພໍ່ຄ້າ ແລະກຸ່ມ ກະເສດຕະກອນ ສວຍໂອກາດ ຄ້າຂາຍ ແລະນຳໄຊ້ ສານເຄມີ ແບບຊະຊາຍ ອັນສົ່ງຜົນ ກະທົບໂດຍກົງ ຕໍ່ຜູ້ບໍລິໂພກ ຊຶ່ງກົມອາຫານ ແລະຢາຂອງລາວ ກຳລັງຕິດຕາມ ແກ້ໄຂຢູ່ກ່ຽວ ກັບເລື່ອງນີ້ມີ ຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງເປີດເຜີຍ ໃຫ້ຮູ້ວ່າ
ດຽວນີ້ ກົມອາຫານ ແລະຢາຂອງລາວ ເຂົາປະກາດ ທີ່ບ້ານນາພອກ ໄກ້ກັບ ມະຫາວິທະຍາໄລ ກະເສດນາບົງ ເຂົາບອກວ່າ ຫ້າມບໍລິໂພກ ຜັກຈາກບ້ານນີ້ ເລີຍແຕ່ ວ່າບໍ່ມີຜູ້ ໄປທຳລາຍ ເອົາຜັກຕົວນັ້ນ ມາທຳລາຍ ບໍ່ມີໃຜກ້າ ຈິງຈັງເພາະວ່າ ເຮົາບໍ່ມີ ກົດໝາຍແຮງພໍ ທີ່ຈະໄປ ປາບປາມໄດ້.
ລາວກ່າວຕໍ່ໄປວ່າ ສຳລັບ ການປະກາດ ຈາກກົມອາຫານ ແລະຢານັ້ນ ເປັນການປະກາດ ໃຫ້ຜູ້ບໍລິໂພກ ຮູ້ໂດຍກົງ, ເຮັດໃຫ້ພວກ ເຂົາເຈົ້າ ມີຄວາມຢ້ານກົວ ຕໍ່ສານ ພິດທີ່ເປັນ ອັນຕະລາຍຕໍ່ ສຸກຂະພາບ ແລ້ວບໍ່ກ້າຊື້ຜັກ ທີ່ວ່ານັ້ນມາກິນ. ແຕ່ກໍຍັງ ບໍ່ເຫັນວ່າ ທາງເຈົ້າໜ້າທີ່ ຕຳຫລວດ ແລະໜ່ວຍງານທີ່ ກ່ຽວຂ້ອງຍັງ ບໍ່ມີຜູ້ໃດ ເອົາ ຈິງເອົາຈັງ ໃນບັນຫາ ທີ່ວ່ານັ້ນເທື່ອ ຍ້ອນອາດຄິດວ່າ ຫາກມີການ ທຳລາຍຜັກຖິ້ມ ກໍຈະເປັນການ ທຳລາຍລາຍໄດ້ ຂອງໝູ່ບ້ານນັ້ນ ອີກທັງ ກົດໝາຍ ກ່ຽວກັບສານ ເຄມີ ກໍຍັງບໍ່ ຊັດເຈນເທື່ອ. ຍ້ອນແນວນັ້ນ ຈຶ່ງມີແມ່ຄ້າ ໄປຮັບຊື້ ແລ້ວນຳຜັກ ທີ່ມີສານ ເຄມີ ເຈືອປົນຢູ່ນັ້ນ ໄປຂາຍຢູ່ເມືອງ ໃໝ່ ຮວມທັງ ຢູ່ນະຄອນ ຫລວງວຽງຈັນ. ດັ່ງຊາວນະຄອນ ຫລວງວຽງຈັນ ຜູ້ນີ້ເວົ້າວ່າ:
ມີແມ່ຄ້າບາງລາຍ ເຂົ້າໄປຊື້ຜັກ ຕົວນີ້ມາຂາຍ ຢູ່ໃນຕົວເມືອງ ວຽງຈັນ ໄປມາຂ້ອຍ ກໍກິນເລີຍ ຂ້ອຍກໍບໍ່ ຮູ້ຄືກັນ.
ເພື່ອແກ້ໄຂບັນຫາ ດັ່ງກ່າວ ລາວຄິດວ່າ ຢາກໃຫ້ ຣັຖບານລາວ ແກ້ໄຂກົດໝາຍ ກ່ຽວກັບການ ນຳເຂົ້າແລະການ ໄຊ້ສານເຄມີ ອັນທີ່ຈະເຮັດ ໃຫ້ຄົນລາວ ມີອາຍຸສັ້ນ, ຢາກຂໍໃຫ້ ຣັຖບານ ເອົາໃຈໃສ່ເລື່ອງ ນີ້ຢ່າງເອົາຈິງ ເອົາຈັງ ບໍ່ເຊັ່ນນັ້ນ ແມ່ນ້ຳລຳຄອງ ກໍຈະເຕັມໄປດ້ວຍ ມົນລະພິດ ດັ່ງທີ່ບໍ່ເຄີຍ ປະກົດມີ ມາກ່ອນ.