ໄທ-ລາວ ສັມມະນາການລົງທືນ

ທາງການໄທ ແລະລາວ ໄດ້ຮ່ວມມື ກັນຈັດ ສັມມະນາ ໃນວັນທີ່ 9 ກັນຍາ ນີ້ ເພື່ອດືງດູດ ເອົານັກລົງທືນ ໄທໄປລົງທືນ ຢູ່ລາວ.
ສົມເນ
2010.09.09

ການສັມມະນາ ຄັ້ງນີ້ ໄດ້ຈັດຂື້ນ ຢູ່ທີ່ກະຊວງ ການຕ່າງປະເທດ ຂອງໄທ ທີ່ບາງກອກ ໂດຍມີເຈົ້າ ໜ້າທີ່ຂັ້ນສູງ ຂອງລາວ ແລະ ນັກທຸຣະກິດ ໄທ ເຂົ້າຮ່ວມ.

ຈຸດປະສົງ ກໍແມ່ນ ເພື່ອຊວນເຊີນ ນັກທຸຣະກິດໄທ ເຂົ້າໄປເຮັດ ທຸຣະກິດ ດ້ານກະເສດ ອຸດສາຫະກັມ ການຄ້າ ແລະ ການທ່ອງທ່ຽວ ໃນລາວ. ຍານາງ ທໍາມາ ເພັດວິໄລ ຮອງຫົວໜ້າ ກົມສົ່ງເສີມ ການຄ້າ ການລົງທືນ ຂອງລາວກ່າວ ໃນພິທີເປີດ ສັມມະນາ ໃນຕອນນື່ງວ່າ:

"ກ່ຽວກັບເຣື້ອງ ການສົ່ງເສີມ ການລົງທືນ ນີ້ ຣັຖບານ ກໍມີ ຈຸດປະສົງ ເປົ້າໝາຍທີ່ ຢາກດືງດູດ ເອົາການລົງທືນ ຂອງພາກ ເອກກະຊົນ ເພື່ອປະກອບ ສ່ວນເຂົາໃນການ ພັທນາເສຖກິດ ຂອງ ປະເທດເຮົາ ແລະ ມີຈຸດປະສົງ ເພື່ອໃຫ້ ປະຊາຊົນ ຫລຸດພົ້ນອອກ ຈາກຄວາມທຸກຈົນ".

ທ່ານວ່າ ລາວ ຕ້ອງການຢາກໃຫ້ ນັກລົງທືນໄທ ເຂົ້າໄປລົງທືນ ໃນລາວ ໃຫ້ຫລາຍໆ ໂດຍຈະໃຫ້ ສິດທິ ພາສີພິເສດ ແກ່ນັກລົງທືນ. ນັກລົງທືນ ສາມາດ ລົງທືນຂແນງ
ການສືກສາ ອຸດສາຫະກັມ ການຄ້າ ແລະ ການບໍຣິການ. ຖ້າລົງທືນ ຢູ່ໃນເຂດ ສອກຫລີກ ກໍຍິ່ງຈະໄດ້ ຮັບສິດທິ ພິເສດ ໃນການຍົກເວັ້ນ ພາສີ ສໍາປະທານ ທີ່ດິນ ຫລາຍ ກ່ວາປົກກະຕິ.

ທ່ານວ່າ ທາງການລາວ ໄດ້ອອກກົດໝາຍ ສະບັບໃໝ່ ເພື່ອອໍານວຍ ຄວາມສະດວກ ໃນການອອກ ອະນຸຍາດ ຢູ່ປະຕູດຽວ ຫລືເອີ້ນວ່າ one stop service ໃຫ້ແກ່ນັກ ລົງທືນ. ໃນການ ສັມມະນາ ຄັ້ງນີ້ ກໍມີເຈົ້າໜ້າທີ່ ຈາກອົງການ ທ່ອງທ່ຽວແຫ່ງຊາດ ຈາກກະຊວງ ອຸດສາຫະກັມ ແລະ ການຄ້າ ແລະປະທານ ສະພາການຄ້າ ຂອງລາວ ເປັນຜູ້ສະເໜີ ລາຍການ ລົງທືນ ຂອງແຕ່ລະ ຂແນງການ.

ປາກົດວ່າໄດ້ ຮັບການຕອບຮັບ ເປັນຢ່າງດີ ຈາກ ນັກລົງທືນໄທ ທີ່ມີຄວາມ ສົນໃຈດ້ານ ທຸຣະກິດ ການໂຮງແຮມ ເຮືອນພັກ ທຸຣະກິດ ການສົ່ງອອກ-ນໍາເຂົ້າ ການຂົນສົ່ງ ແລະ ການລົງທືນ ດ້ານໂຮງງານ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.