ລາວ-ຈີນ ຮ່ວມເປີດໂຮງງານເຫລັກ

ລາວ-ຈີນ ຮ່ວມທຶນ ສ້າງໂຮງງານ ຫລອມເຫລັກ ຢູ່ແຂວງວຽງຈັນ.
ສິດນີ
2010.06.24

ບໍຣິສັດ ວັງວຽງບໍ່ແຮ່ ໂດຍການຮ່ວມທຶນ ຣະຫວ່າງ ບໍຣິສັດ First pacific mining ຈຳກັດ ສປປລາວ ກັບບໍຣິສັດ ເຫລັກກ້າສ່ວນກາງ ຂອງ ສປຈີນ ໄດ້ຈັດພິທີ ວາງຫີນສີລາລືກ ໃນການກໍ່ສ້າງ ໂຮງງານຫລອມເຫລັກ ທີ່ແຂວງວຽງຈັນ ວ່າງອາທິດ ທີ່ຜ່ານມາ. ດັ່ງເຈົ້າຫນ້າທີ່ ຈາກຫ້ອງການ ພລັງງານແລະບໍ່ແຮ່ ທີ່ແຂວງວຽງຈັນ ທ່ານນຶ່ງເວົ້າວ່າ:

"ໂຮງງານນີ້ຫາ ກໍເລິ້ມເປີດເນີ ຫາກໍເປີດໂຮງງານ ໃນອາທີດນີ້ ຢູ່ແຂວງວຽງຈັນເນີ ເມືອງຫີນເຫີບ ໂຮງງານນີ້ຢູ່ ບ້ານກາສີ ໂຮງງານນະ".

ທ່ານກ່າວຕໍ່ໄປວ່າ ໃນຣະຍະເລີ້ມຕົ້ນ ຂອງໂຄງການ ທາງບໍຣິສັດໄດ້ ທຳການສຳຣວດ ຄວາມເປັນໄປໄດ້ ໃນການຂຸດຄົ້ນແຮ່ ແລະໃນປັດຈຸບັນ ກໍດຳເນີນການ ຂຸດຄົ້ນແຮ່ເຫລັກ ໃນເຂດເມືອງ ວັງວຽງ ຫລັງຈາກທີ່ ຣັຖບານ ໄດ້ອະນຸມັດ ໃຫ້ມີການສຳຣວດ ມາແຕ່ປີ 2007. ສຳລັບ ພາກສ່ວນຂອງການ ສ້າງຕັ້ງໂຮງງານ ຄາດວ່າ ຈະສຳເຣັດພາຍ ໃນປີ 2011. ໂຮງງານດ່ັງກ່າວ ຈະດຳເນີນກິຈການ ປຸງແຕ່ງແຮ່ທາດເຫລັກ ແລະຈຳຫນ່າຍ ພາຍໃນປະເທດ ຫລັງຈາກສິ້ນສຸດ ການກໍ່ສ້າງ. ທາງບໍຣິສັດ ຈະສາມາດຂຸດຄົ້ນ ແຮ່ທາດເຫລັກໄດ້ ປີລະປະມານ 4 ແສນຕັນ ຄັດອອກເປັນແຮ່ທາດ ວັຖຸດິບ 2 ແສນຕັນ ແລະຫລອມເປັນເຫລັກ ປະມານ 2 ແສນຕັນ. ທ່ານກ່າວເພີ້ມອີກວ່າ:

"ມັນມີຈຸດຫນັກ ກໍເລື້ອງສິ່ງແວດລ້ອມ ຫັ້ນແຫລະ ຊີ່ເວົ້າ ການເອົາແຮ່ດິບ ອອກຈາກບໍ່ມາຫລອມ ມາປຸງນີ້ນະ ການຫລອມມັນກໍ່ມີ ນ້ຳເສັຽອີ່ຫຍັງຕ່າງໆ ຄັນຊີ່ເວົ້າແລ້ວ ຕົວນີ້".

ເຖິງຢ່າງໃດກໍ່ດີ ທ່ານວ່າ ທາງບໍຣິສັດ ກໍ່ໄດ້ປະເມີນ ເຖິງຜົລກະທົບ ທາງດ້ານເສຖກິດ ແລະສັງຄົມ ເປັນທີ່ຣຽບຣອຍ ໄປແລ້ວ ຮ່ວມດ້ວຍຜົລກະທົບ ຕໍ່ສິ່ງແວດລ້ອມ ໂດຍຈະອະນຸມັດ ໃຫ້ຫນ່ວຍງານຂອງ ຣັຖບານມາຄວບຄຸມ ຜົລກະທົບ ຕໍ່ສິ່ງແວດລ້ອມນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.