ຢາຂ້າສັດຕຣູພືດ ຖືກໃຊ້ຢ່າງກວ້າງຂວາງ
2010.08.06
ໃນເຂດທີ່ ໄດ້ຮັບ ສຳປະທານ ປູກຢາງພາລາ ແລະ ພືດ ອຸດສາຫະກັມ ຕ່າງໆ ທີ່ນັກລົງທຶນ ຕ່າງປະເທດ ໄດ້ຮ່ວມລົງທຶນ ຫລືດຳເນີນ ກິຈການ ໃນຫລາຍແຂວງ ທົ່ວປະເທດ ຍັງມີການ ໃຊ້ສານເຄມີ ຢ່າງຫລວງຫລາຍ ໂດຍສະເພາະ ຢາຂ້າແມງໄມ້ ຂ້າສັດຕຣູພືດ ແລະ ຂ້າຫຍ້າ. ການໃຊ້ ສານເຄມີ ດັ່ງກ່າວໃນການ ກະສິກັມ ຈະມີອັນຕະລາຍ ຫາກໃຊ້ບໍ່ຖືກ ຕ້ອງຕາມມາຕຖານ. ເຈົ້າໜ້າທີ່ ຈາກກະຊວງ ກະສິກັມ ແລະປ່າໄມ້ ນະຄອນຫລວງ ວຽງຈັນ ສະແດງ ຄວາມເປັນຫ່ວງ ໃນການໃຊ້ ສານເຄມີ ດັ່ງກ່າວ ເວົ້າວ່າ:
"ເພິ່ນໃຊ້ ຢາຂ້າຫຍ້າ ເພາະວ່າ ຢູ່ພື້ນທີ່ ມັນເກີດດີ ມັນເອົາແຮງ ຄົນເສັຍຫຍ້າ ມັນບໍ່ໄຫວ ຕ້ອງໃຊ້ ຢາຂ້າເອົາ ຜົນກະທົບ ມັນຊິບໍ່ ເຫັນທັນຕາ ໂລດດອກ ແຕ່ວ່າມັນ ຊິມີກະທົບ ແນ່ນອນ ຕົວນີ້ ເພາະມັນ ເປັນເຄມີເດ".
ພື້ນທີ່ ທີໃຊ້ຢາ ຂ້າຫຍ້າ ສ່ວນໃຫຍ່ແມ່ນ ໂຄງການ ປູກຢາງພາລາ ແລະສຳປະທານ ການກະເສຕ ຕ່າງໆ ໃນແຂວງພາກເໜືອ ຜົ້ງສາລີ ອຸດົມໄຊ ບໍ່ແກ້ວ ແລະ ຫລວງນ້ຳທາ ແລະ ໃນໂຄງການ ປູກພືດ ກະສິກັມ ໃນແຂວງພາກໃຕ້ ຈຳປາສັກ ແລະ ພາກກາງ ຄຳມ່ວນ ເປັນຕົ້ນ.
ຜົນກະທົບ ໃນປັດຈຸບັນ ຍັງບໍ່ທັນ ເປັນທີ່ ແຈ່ມແຈ້ງເທື່ອ ເພາະໂຄງການ ຕ່າງໆກໍຍັງຢູ່ ໃນລະຫວ່າງ ການເລີ້ມຕົ້ນ ແຕ່ຕໍ່ໄປ ໃນອະນາຄົດ ກໍອາດຈະເຫັນ ແຈ່ມແຈ້ງ ຂື້ນ ໂດຍສະເພາະ ຈະກະທົບຕໍ່ ແຫລ່ງນ້ຳ ແລະດິນປູກຝັງ.
ການແກ້ໄຂ ກໍມີແຕ່ ພຍາຍາມບັງຄັບ ໃຫ້ນັກລົງທຶນ ຂຽນເປັນ ລາຍລັກອັກສອນ ແຜນການປ້ອງກັນ ສິ່ງແວດລ້ອມ ກຳນົດການ ໃຊ້ສານເຄມີ ຕາມປະຣິມານ ທີ່ເໝາະ ສົມ ແລະຖືກ ຕາມຫລັກການ. ພ້ອມກັນນັ້ນ ຍັງກຳນົດ ໃຫ້ຮັກສາ ດິນປູກຝັງ ແລະແຫລ່ງນ້ຳ ກ່ອນທີ່ຈະມີ ການອະນຸມັດ ການສຳປະທານ ຕ່າງໆໃຫ້.
ສຳລັບກົດໝາຍ ວ່າດ້ວຍ ສິ່ງແວດລ້ອມ ເຈົ້າໜ້າທີ່ ເວົ້າວ່າ ກະຊວງ ສິ່ງແວດລ້ອມ ກຳລັງແກ້ໄຂ ດັດແປງກົດໝາຍ ຄວບຄຸມລະບຽບ ກ່ຽວກັບ ສິ່ງແວດລ້ອມ ສະບັບໃໝ່ ເພື່ອສເນີ ຂໍໃຫ້ສະພາ ພິຈາຣະນາ ໃນໄວໆນີ້.