ກະເສຕກອນລາວໃຊ້ເຄມີ ປາບສັຕຣູພືດບໍ່ຖືກວິທີ

ຊາວກະເສຕກອນ ໃນສປປລາວ ຍັງໃຊ້ສານເຄມີ ປາບສັຕຣູພືດ ບໍ່ຖືກຕ້ອງຕາມ ວິທີການ ຈຶ່ງສົ່ງຜົລກະທົບ ຕໍ່ຕົນເອງ ແລະ ສິ່ງແວດລ້ອມ ຮອບດ້ານ.
ມະນີຈັນ
2010.03.25

ໃນທຸກວັນນີ້ ຍັງມີຊາວ ກະເສຕກອນລາວ ໂດຍສະເພາະໃນເຂດ ນອກຕົວເມືອງ ແຂວງສວັນນະເຂດ ທີ່ຍັງມີການ ໃຊ້ສານເຄມີ ປາບສັຕຣູພືດ ບໍ່ຖືກວິທີ ອັນສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ຮອບຂ້າງ ແລະ ສຸຂພາບຂອງຄົນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການສິ່ງແວດລ້ອມ ແຂວງສວັນນະເຂດ:

"ການນໍາໃຊ້ ບໍ່ຖືກຫລັກ ວິຊາການ ບາງຄັ້ງຄາວ ທີ່ວ່າມັນກັບຄົນ ຫລືກັບພືດນີ້ ມັນບໍ່ໄປຕາມ ຫລັກວິຊາການ ທີ່ວ່າເຂົາໃຫ້ເຮັດ ແນວໃດ ໃຫ້ພົ່ນແນວໃດ ຫຍັງຕ່າງໆ ຫລືວ່າ ຕ້ອງມີການປ້ອງກັນ ຫຍັງຕ່າງໆ".

ສາເຫດສໍາຄັນ ທີ່ເຮັດ ໃຫ້ປະຊາຊົນ ບໍ່ຮູ້ຈັກວິທີ ການໃຊ້ສານເຄມີ ຢ່າງຖືກຕ້ອງນັ້ນ ເຈົ້າໜ້າທີ່ລາວ ທ່ານນີ້ ບອກວ່າ ຍ້ອນ ປະຊາຊົນ ບໍ່ມີຄວາມຮູ້ ຄວາມເຂົ້າໃຈ ໃນການນໍາໃຊ້. ປະຊາຊົນ ຈະໃຊ້ສານເຄມີ ຕາມຄວາມສະດວກ ແລະ ຕາມຄວາມເຂົ້າໃຈ ຂອງຕົນ ໂດຍບໍ່ມີການ ສຶກສາ ໃຫ້ລະອຽດ ຫລືຖາມເຈົ້າໜ້າທີ່ ວິຊາການ.  ການໃຊ້ຢາປາບ ສັຕຣູພືດ ບໍ່ຖືກວິທີ ຂອງປະຊາຊົນ ຫລືຂອງນັກພັທນາ ບາງກຸ່ມ ຈະສົ່ງຜົລຮ້າຍແຮງ ທີ່ສຸດໃນຊ່ວງ ຣະດູຝົນ ເພາະຢາ ປາບສັຕຣູພືດ ຈະໄຫລລົງສູ່ ກະແສນໍ້າຕ່າງໆ ທີ່ຄົນແລະສັດ ໃຊ້ບໍຣິໂພກ:

"ແຕ່ວ່າຣະດູຝົນ ນີ້ກໍຄອຍເບິ່ງ ດຽວນີ້ຍັງບໍ່ມີ ສະພາບຫຍັງ ບາງທີ່ເຂົາກໍ ພວກພັທນາ ບາງເທື່ອເຂົາປູກພືດ ຫລືປູກໄມ້ ອຸດສາຫະກັມ ໃຊ້ເປັນຢາປາບ ສັຕຣູພືດ ຫຍັງຕ່າງໆນີ້ ຢານີ້ໄຫລລົງນໍ້າ ລົງຫຍັງຫລືວ່າ ຖືກສັດ ຖືກຫຍັງ".

ທ່ານກ່າວສລຸບວ່າ ເຖິງແມ່ນວ່າຈະມີ ນັກວິຊາການ ລົງໄປເຜີຍແພ່ຄວາມຮູ້ ໃນການນໍາໃຊ້ ສານເຄມີຢ່າງ ຖືກຕ້ອງ ແລະການປ້ອງກັນ ຕົນເອງ ຈາກສານເຄມີ ທີ່ໃຊ້ນັ້ນ ແຕ່ກໍຍັງມີ ປະຊາຊົນຈໍານວນນຶ່ງ ໃຊ້ສານເຄມີ ຕາມຄວາມສະດວກ ຂອງຕົນເອງ ແລະບໍ່ຄໍານຶງເຖິງ ຜົລກະທົບ ຮ້າຍແຮງ ທີ່ຈະເກີດຂຶ້ນ ຕໍ່ສະພາບແວດລ້ອມ ສັດແລະມະນຸດ ດ້ວຍກັນ ແຕ່ຢ່າງໃດເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.