ເມືອງຫີນເຫີບ ເນັ້ນການລົງທຶນ ດ້ານກະເສດຕະກັມ
2010.01.13
ທ່ານ ຈັນແປງ ດວງພຣະຈັນ ເຈົ້າເມືອງເມືອງຫີນເຫີບ ແຂວງວຽງຈັນ ກ່າວວ່າ ໃນປີ 2010 ນີ້ ເມືອງຫີນເຫີບ ຈະເນັ້ນໃສ່ການລົງທຶນ ແບບປະຊາຊົນ ເປັນສູນກາງ ໂດຍໃຫ້ເອກກະຊົນ ມາລົງທຶນ ແລະຈ້າງປະຊາຊົນ ເປັນຜູ້ລົງມືເຮັດ ຫລືໃຫ້ປະຊາຊົນ ລົງທຶນເຮັດເອງ ທັງໝົດ ເພື່ອເພິ່ມຣາຍໄດ້ ໃຫ້ຫລາຍຂຶ້ນ. ທ່ານກ່າວວ່າ:
"ລົງທຶນໂດຍນໍາໃຊ້ ແຮງງານ ມີຣາຍໄດ້ໃຫ້ແກ່ບ້ານ ແລະຈໍານວນນຶ່ງ ກໍແມ່ນໃຫ້ປະຊາຊົນ ເຮັດໃສ່ເນື້ອທີ່ ຂອງເຂົາເຈົ້າເອງ ໂດຍນໍາໃຊ້ແບບ 2ບວກ3.".
ໃນລະຍະທີ່ຜ່ານມາ ການລົງທຶນໃນ ເມືອງຫີນເຫີບ ມີລັກສນະ ເອກກະຊົນ ທັງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຈໍານວນຫລວງຫລາຍ ເຂົ້າມາ ເຊົ່າທີ່ດິນ ໃນຣາຄາຖືກເພື່ອ ເຮັດການກະເສຕ ໂດຍຈ້າງແຮງງານ ຊາວລາວ ແບບເປັນຣາຍວັນ ຫລືຣາຍ2ສັປດາ ໃຫ້ເງິນຄ່າຈ້າງຖືກ ຊຶ່ງເຮັດໃຫ້ ປະຊາຊົນ ທີ່ບໍ່ມີຄວາມຮູ້ນັ້ນ ໄດ້ຮັບເງິນຄ່າຈ້າງ ທີ່ບໍ່ເໝາະສົມ ກັບສພາບຄວາມເປັນຈິງ.
ດັ່ງນັ້ນ ໃນປີ 2010 ນີ້ ທາງຫ້ອງການກ່ຽວຂ້ອງ ດ້ານແຮງງານ ການຄ້າແລະການ ລົງທຶນ ຕ້ອງການ ໃຫ້ມີການຜັກດັນ ການລົງທຶນ ແບບປະຊາຊົນ ມີສ່ວນຮ່ວມ ໃຫ້ປະສົບຄວາມ ສໍາເຣັດຫລາຍຂຶ້ນ. ໃນນັ້ນ ຈະເນັ້ນໃຫ້ປະຊາຊົນ ເປັນຜູ້ລົງທຶນເອງ ຫລືໃຫ້ເອກກະຊົນ ເຊົ່າທີ່ດິນ ແລະ ຈ້າງປະຊາຊົນ ເຮັດວຽກ ໃນທີ່ດິນຂອງຕົນເອງ ໄປພ້ອມ ຫລືທີ່ເອີ້ນກັນວ່າ ແບບ2ບວກ3 ແນວທາງເດີມ ແຕ່ຮູບແບບໃໝ່ ໂດຍເຈົ້າໜ້າທີ່ຂອງຣັຖ ຈະເປັນຜູ້ຄອຍ ຊ່ວຍເຫລືອປະຊາຊົນ ກັບເອກກະຊົນ ໃຫ້ມີຄວາມຍຸຕິທັມ ໃນການ ເຮັດສັນຍານິຕິກັມ ຣະຫວ່າງກັນ -ທ່ານກ່າວ.