ກະສິກອນລາວ ຮັບຜົນກະທົບ ຈາກພາວະ ໂລກຮ້ອນ

ຊາວກະສິກອນລາວ ໄດ້ຮັບຜົນກະທົບ ຈາກພາວະໂລກຮ້ອນ ທີ່ເຮັດໃຫ້ ຜົນຜະລິດຕົກຕ່ຳ ແລະຄຸນນະພາບບໍ່ສູງ
ຈຳປາທອງ
2009.02.11

ຫລາຍໆປີຜ່ານມາ ຈົນເຖິງປັດຈຸບັນນີ້ ຊາວໄຮ່ຊາວນາລາວ ມີບັນຫາເລື່ອງ ການປູກຝັງ ແລະການເກັບກ່ຽວ ຜົນຜະລິດກະສິກັມ ຂອງຕົນຢ່າງຕໍ່ເນື່ອງ ຍ້ອນໄດ້ຮັບຜົນສະທ້ອນ ຈາກພາວະໂລກຮ້ອນ. ດັ່ງເຈົ້າໜ້າທີ່ລາວ ປະຈຳອົງການເອກກະຊົນ ການາດາ ດ້ານການກະເສດ ປະຈຳລາວ ກ່າວກ່ຽວກັບເລື່ອງນີ້ວ່າ 

ແລ້ວເຂົ້າກໍບໍ່ຢາກ ໄດ້ດີປານໃດ ອີກຢ່າງນຶ່ງ ດິນຟ້າອາກາດ ບໍ່ດີຄືເກົ່າ ຍາມຝົນຕົກ ບາງເທື່ອມັນກໍ ຕົກຫລາຍໂພດ ບາງເທື່ອກໍບໍ່ຕົກເລີຍ ກໍເຮັດໃຫ້ມີຜົນ ກະທົບໃຫ້ ແກ່ການຜະລິດ ໃຫ້ແກ່ຊາວໄຮ່

ທ່ານວ່າ ຜົນກະທົບ ສຳຄັນໃນຕອນນີ້ ຄືໂລກຮ້ອນ ສະພາບອາກາດ, ສະພາບນ້ຳ ແລະສະພາບດິນ ເກີດການປ່ຽນແປງ ເພາະວ່າຄື້ນຄວາມຮ້ອນ ຂອງລະດູການ ມັນປ່ຽນໄປຫລາຍ. ນ້ຳໃນແມ່ນ້ຳຕ່າງໆລຸດລົງ, ເກີດໄພແຫ້ງແລ້ງ ເຮັດໃຫ້ການຜະລິດ ທາງການກະເສດ ບໍ່ສາມາດ ເກັບກ່ຽວໄດ້ຜົນດີ ຕາມລະດູການ. ໂດຍສະເພາະ ເຂົ້າ, ເຂົ້າສາລີ ແລະພືດໄຮ່ອື່ນໆ ແມ່ນບໍ່ສາມາດ ເກັບກ່ຽວໄດ້ຕາມກຳນົດ ທີ່ຄາດເອົາໄວ້ ຄືກັນກັບແຕ່ກ່ອນໆ ຄື ລຸດຕ່ຳກວ່າເຖິງ 20 ສ່ວນຮ້ອຍ ຂອງຜົນຜະລິດ ປົກກະຕິ. ສຳລັບທາງຣັດຖະບານ ກໍຊ່ວຍແກ້ໃຫ້ໄດ້ ພຽງແຕ່ໃຫ້ພະນັກງານ ທີ່ກ່ຽວຂ້ອງລົງໄປ ຊ່ວຍຕາມເມືອງຕ່າງໆ ແຕ່ກໍເປັນພຽງການ ແກ້ໄຂບັນຫາເລັກໆ ນ້ອຍໆເທົ່ານັ້ນ.

ກ່ຽວກັບບັນຫາ ດັ່ງກ່າວ ເຈົ້າໜ້າທີ່ທ່ານ ດຽວກັນນີ້ ເວົ້າຕື່ມອີກວ່າ

ຣັດຖະບານ ກໍພະຍາຍາມຊ່ວຍ ທຸກໆເມືອງແລະແນ່ນອນ ງົບປະມານຂອງຣັດ ກໍມີນ້ອຍ ສິໄປທົ່ວເຖິງ ທຸກປີກໍບໍ່ທົ່ວ ດັ່ງນັ້ນເຂົາກໍມີແຕ່ ຫາທາງອອກໂດຍການ ໃຫ້ພະນັກງານ ສົ່ງເສີມລົງໄປຊ່ວຍ ໃຫ້ເຂົາເຈົ້າໄດ້ມີ ທາງເລືອກຫລາຍອັນ.

ການປ່ຽນແປງຂອງ ສະພາບດິນຟ້າອາກາດ ຢູ່ປະເທດລາວ ຍ້ອນພາວະໂລກຮ້ອນ ນັ້ນຍັງບໍ່ທັນ ເກີດຂື້ນຢ່າງຮຸນແຮງ ພໍເທົ່າໃດ ແຕ່ວ່າໄດ້ຮັບຜົນ ກະທົບໂດຍກົງ ມາຈາກປະເທດເພື່ອນບ້ານ ຫລາຍຂື້ນນຳເລື້ອຍໆ ໂດຍສະເພາະເລື່ອງ ອຸນນະພູມ ຂອງນ້ຳໃນແມ່ນ້ຳ ແລະການປ່ຽນແປງ ຂອງລະດູການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.