ຜົນກະທົບ ຈາກໂຄງການ ສ້າງເຂື່ອນ ໄຟຟ້າ ນໍ້າຕົກ ດອນສຫົງ
2009.02.11
ນຶ່ງໃນຈໍານວນ 4 ໂຄງການພາບຈໍາລອງ ຊຶ່ງຈັດທໍາຂຶ້ນຢູ່ທີ່ສູນ Stimson Center ໃນສະຫະຣັດ ອະເມຣິການັ້ນ ກໍຄືໂຄງການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ເຂື່ອນດອນສະຫົງ ໃນເຂດປະເທດລາວ ຊຶ່ງໄກ້ຈະປະຕິບັດ ໃນພາກຕົວຈິງ ໃນແຂວງພາກໄຕ້ -
ຕາມຣາຍງານເຄືອຂ່າຍ ແມ່ນໍ້າສາກົນ ວັນທີ 10ກຸມພານີ້. ຈາກພາບໂຄງການ ຈໍາລອງຣະບຸວ່າ ຣະບົບນໍ້າຖ້ວມ ແຮງປະຈໍາປີ ຂອງແມ່ນໍ້າຂອງ ເປັນແຫລ່ງ ທີ່ຢູ່ອາໃສຂອງປາ ທີ່ອຸດົມສົມບູນ ແລະແຫລ່ງທີ່ມາ ອັນສໍາຄັນຂອງດິນ ທີ່ຮັ່ງມີດ້ວຍຝຸ່ນປຸຍ ທໍາມະຊາດທີ່ ເໝາະແກ່ການປູກຝັງ ໃນເຂດລຸ່ມ ແມ່ນໍ້າຂອງ.
ການສ້າງເຂື່ອນນັ້ນ ເປັນການຄວບຄຸມ ການໜູນວຽນ ຂອງທໍາມະຊາດ ຊຶ່ງປາກົດວ່າຈະ ເຮັດໃຫ້ເກີດນໍ້າຖ້ວມ ເປັນໄພຄຸກຄາມ ດ້ານອາຫານ ແລະຄວາມ ປອດໄພຂອງຜູ້ຄົນ ປະມານ 70ລ້ານຄົນ ໃນແຖບນີ້ ຢ່າງຮ້າຍແຮງ.
ເຂື່ອນດອນສະຫົງ ທີ່ຈະຕັ້ງຢູ່ດອນ ເໜືອເຂດນໍ້າຕົກ ຄອນພະເພັງ ໃນແຂວງຈໍາປາສັກ ທີ່ມີການສເນີ ສ້າງຂຶ້ນນັ້ນ ເປັນໂຄງການ ທີ່ຈະສົ່ງຜົນ ກະທົບໃສ່ການ ອົບພະຍົບຂອງໝູ່ປາ ນັບເປັນຫລາຍຮ້ອຍ ຊນິດໃນແມ່ ນໍ້າຂອງທັງໝົດ. ພ້ອມກັນນັ້ນ ກໍຈະສົ່ງຜົນກະທົບ ໃສ່ຊຸມຊົນ ໃນເຂດອ້ອມແອ້ມ ຢ່າງຮ້າຍແຮງ ນໍາດ້ວຍ.
ການຕັນເສັ້ນທາງ ລອຍຂຶ້ນລົງ ຂອງໝູ່ປາ ດັ່ງກ່າວຈະເຮັດໃຫ້ ບໍ່ຮັບປະກັນ ດ້ານອາຫານການກິນ ໃນພູມີພາກແຫ່ງນີ້ ຊຶ່ງມີປະຊາກອນ ນັບເປັນຫລາຍສິບລ້ານ ຄົນອາໃສປາ ໃນແມ່ນໍ້າຂອງ ເປັນທີ່ມາຂອງ ທາດ PROTEIN ອັນເປັນທີ່ຕ້ອງການ ຍີ່ງຂອງຜູ້ຄົນ.
ເຂື່ອນດອນສະຫົງ ແລະເຂື່ອນອຶ່ນໆ ທີ່ສ້າງໃສ່ແມ່ນໍ້າຂອງ ຈະສະກັດກັ້ນ ການໄຫລຂອງ ດິນທີ່ມີປຸຍ ທໍາມະຊາດ ສໍາລັບການກະເສດ ເພື່ອພຽງພໍກັບ ຄວາມຕ້ອງການ ຂອງຄົນແຖບນີ້.
ສປປລາວ ໄດ້ລົງນາມ ໃນບັນທຶກ ຄວາມເຂົ້າໃຈ MOU ເລື່ອງການກໍ່ສ້າງເຂື່ອນ ດອນສະຫົງ ກັບບໍຣິສັດ Mega First Corp ຂອງມາເລເຊັຽ ເພື່ອໃຫ້ບໍຣິສັດ ດັ່ງກ່າວ ເປັນຜູ້ເຈຣະຈາ ຄ່າໄຟຟ້າ ກັບຜູ້ຊື້, ຈັດຫາແຫລ່ງທຶນ ໃນການດໍາເນີນ ໂຄງການ ທຸກດ້ານ.