ຊາວສວນ ກາເຟ ເມືອງປາກຊ່ອງ

ຊາວສວນ ກາເຟ ທີ່ເມືອງປາກຊ່ອງ ຢາກໃຫ້ ຣັຖບານກຳນົດ ເຂດປູກຝັງ ຫລືຜລີຕະພັນ ທາງດ້ານການ ກະເສດ ໃຫ້ຈະແຈ້ງ ກ່ອນຈະ ອະນຸຍາດ ໃຫ້ມີການ ຂຸດຄົ້ນແຮ່ທາດ ບອກໄຊ.
ສິດນີ
2009.05.29

ທ້າວ ວຽງຄຳ ພະນັກງານ ສະມາຄົມກາເຟ ທີ່ເມືອງປາກຊ່ອງ ໃຫ້ການວ່າ ໂຄງການພັທນາ ແຮ່ທາດບອກໄຊ ໃນແຂວງ ອັຕະປື ທີ່ຄວບງຳ ມາຮອດເມືອງ ປາກຊ່ອງ ປະມານ 50ກິໂລແມດນັ້ນ ຈະສົ່ງຜົລ ກະທົບຕໍ່ພື້ນທີ່ ໃນການ ປູກກາເຟ ແລະພືດພັນເພື່ອ ສົ່ງອອກ ປະເພດຕ່າງໆ ຖ້າຫາກຫນ່ວຍງານ ທີ່ກ່ຽວຂ້ອງ ບໍ່ມີການສຳ ຣວດຢ່າງຈີງຈັງ ກຸ່ມຂອງທ່ານ ຢາກຮຽກຮ້ອງໃຫ້ ຣັຖບານ ຈັດສັນທີ່ດີນ ຢ່າງຈະແຈ້ງ ເພື່ອບໍ່ໃຫ້ ເດືອດຮ້ອນຊາວ ກະສິກອນ ຜູ້ທີ່ດຳຣົງ ຊີບມາເປັນ ເວລາດົນນານ.

ທ່ານຍັງບອກ ອີກວ່າຖ້າທຽບ ການປູກກາເຟ ແລະພືຕພັນ ຊນີດຕ່າງໆ ກັບການ ຂຸດແຮ່ທາດ ບອກໄຊແລ້ວ ອັນໃດຈະດີ ກວ່າກັນ ສຳລັບແຮ່ທາດ ບອກໄຊນັ້ນ ໃນລະຍະ 50ປີກໍຈະຫົມດໄປ ແລະຫລັງຈາກນັ້ນ ດີນກໍ່ຈະໃຊ້ ການບໍ່ໄດ້ແຕ່ ການກະເສດນັ້ນ ເປັນການຫາລ້ຽງ ຊີບແບບຢືນຢົງ ມາໄດ້ຫລາຍ ເຊັ່ນຄົນແລ້ວ.

ໃນຂະດຽວກັນ ທ່ານ ສຸປານີ ສີຣິປຸນໂຍ ຫົວຫນ້າພແນກ ກະສີກັມ ປ່າໄມ້ ປະຈຳແຂວງ ຈຳປາສັກ ກໍ່ເວົ້າວ່າ ການຂຸດຄົ້ນ ແຮ່ທາດບອກໄຊ ຕາມແນວຊາຍແດນ ຣະຫວ່າງແຂວງ ອັຕປືກັບ ເມືອງປາກຊ່ອງນັ້ນ ແນ່ນອນ ຈະສົ່ງຜົລກະທົບ ຕໍ່ສະພາບ ແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.