ການລົງທຶນ ຢູ່ແຂວງຊຽງຂວາງ ມີຫລາຍຂື້ນ

ໃນປີນີ້ ຕ່າງປະເທດ ເຂົ້າໄປລົງທຶນ ຢູ່ແຂວງຊຽງຂວາງ ຫລາຍຂື້ນ, ຈີນເປັນຜູ້ລົງທຶນ ຫລາຍກວ່າໝູ່ ລອງລົງມາແມ່ນ ວຽດນາມ ແລະ ທີ່ສາມໄດ້ແກ່ໄທ.
ອາວະຣີ
2009.10.27

ໃນເວລານີ້ ເກົາຫລີໃຕ້ ກໍເລິ້ມໄປລົງທຶນ ຢູ່ແຂວງຊຽງຂວາງ ແລ້ວ ດັ່ງເຈົ້າໜ້າທີ່ ຫ້ອງການອຸດສາຫະກັມ ແລະ ການຄ້າ ແຂວງຊຽງຂວາງ ເວົ້າວ່າ:

‘ນັກລົງທຶນ ຕ່າງປະເທດ ປັດຈຸບັນນີ້ ລົງທຶນຫລາຍທີ່ສຸດ ຢູ່ແຂວງຊຽງຂວາງນີ້, ດຽວນີ້ມີນັກ ລົງທຶນຈີນ ກັບວຽດນາມ ແລະກໍມີຄົນ ຂອງເກົາຫລີມາ ເລິ້ມຕົ້ນ ເພື່ອເຮັດສັນຍາ ນັກລົງທຶນ ສ່ວນຫລາຍແລ້ວແມ່ນ ລົງທຶນໃນການ ປູກຕົ້ນໄມ້ ອຸດສາຫະກັມ.”

ເຈົ້າໜ້າທີ່ທ່ານນີ້ ເວົ້າອີກວ່າ ນອກຈາກຈະປູກ ຢາງພາຣາແລ້ວ ນັກທຸຣະກິດ ຕ່າງປະເທດ ຍັງມັກລົງທຶນ ໃນການສ້າງເຂື່ອນ ໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່. ປີນີ້ ຈຳນວນຊາວຕ່າງ ປະເທດ ເຂົ້າໄປລົງທຶນ ຢູ່ແຂວງຊຽງຂວາງ ເພິ້ມຂື້ນປະມານ 20 ສ່ວນຮ້ອຍ ເມື່ອທຽບໃສ່ປີກາຍ.

ປັດຈຸບັນ ນັກລົງທຶນຈີນ ຍັງຂໍສັມປະທານ ເຊົ່າທີ່ດິນຕື່ມ ອີກຫລາຍເພື່ອປູກ ຢາງພາຣາ ແລະ ສາລີ; ບໍ່ເທົ່ານັ້ນ ຊາວຈີນຍັງ ຂໍອະນຸຍາດ ຂຸດຄົ້ນບໍ່ແຮ່ ເປັນຕົ້ນບໍ່ຄຳ ທອງ ແລະ ແມງການິສ.

ສ່ວນນັກລົງທຶນ ວຽດນາມ ມັກລົງທຶນປູກ ຢາງພາຣາ ສ້າງເຂື່ອນໄຟຟ້າ ແລະ ປູກຫຍ້າ ເພື່ອລ້ຽງສັດ. ໃນປີນີ້ ນັກລົງທຶນວຽດນາມ ເພິ້ມຂື້ນເລັກນ້ອຍ; ສ່ວນນັກລົງທຶນ ຈາກໄທນັ້ນ ບໍ່ເພິ້ມຂື້ນເລີຍ ແຕ່ນັກລົງທຶນ ຈາກເກົາຫລີໃຕ້ ເລິ້ມເຂົ້າມາປູກ ພືດຫລາຍໆຢ່າງເຊັ່ນ ເຂົ້າ, ຜັກປອດສານເຄມີ, ແລະ ໝາກເຍົາ ເພື່ອຜລິດ ພະລັງງານທົດແທນ.

ເຈົ້າໜ້າທີ່ ແຂວງຊຽງຂວາງ ທ່ານນີ້ເວົ້າອີກວ່າ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ແຂວງຊຽງຂວາງ ຂອງ ສປປລາວ ຫລາຍຂື້ນກໍຍ້ອນ ກົດໝາຍວ່າດ້ວຍ ການລົງທຶນ ສະບັບປັບປຸງໃໝ່ ໄດ້ໃຫ້ຄວາມ ສະດວກສະບາຍ ແກ່ນັກລົງທຶນ ຕ່າງປະເທດຢ່າງ ເຕັມທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.