ຂ.ຈໍາປາສັກບໍ່ເພີ້ມ ພື້ນທີ່ປູກຢາງພາລາ

ແຂວງຈໍາປາສັກ ບໍ່ມີດິນ ເຫລືອໄວ້ສໍາລັບ ສົ່ງເສີມຂຍາຍ ການປູກ ຢາງພາລາ ອີກແລ້ວ.
ໂພໄຊສວັດ
2010.09.20

ທາງການ ບໍ່ສາມາດ ຂຍາຍພື້ນທີ່ດິນ ເພື່ອປູກ ຢາງພາລາ ໃນແຂວງ ຈຳປາສັກ ໄດ້ອີກ ຍ້ອນວ່າ ປັດຈຸບັນນີ້ ມີບໍຣິສັດ ເອກກະຊົນ ເຂົ້າມາປູກຝັງ ໃນພື້ນທີ່ ທີ່ທາງການ ຈັດໄວ້ຢ່າງ ກວ້າງຂວາງ. ສ່ວນພື້ນທີ່ດິນ ທີ່ຍັງເຫລືອຢູ່ ທາງການ ກໍຢາກຮັກສາໄວ້ ເປັນບ່ອນຜລິດ ກະສິກັມອື່ນໆ ທີ່ໃຫ້ໝາກຜົນ ດີກວ່າ. ເຈົ້າໜ້າທີ່ ຜແນກ ສິ່ງແວດລ້ອມ ແຂວງຈຳປາສັກ ຜູ້ນຶ່ງເວົ້າວ່າ:

"ເຮົາປູກແລ້ວໜາ ຂຍາຍຕໍ່ໄປ ເບິ່ງໃນແຜນເພິ່ນນີ້ ແມ່ນບໍ່ມີ ບໍ່ໄດ້ຂຍາຍຕໍ່ ເຊົາປູກແລ້ວ ບ່ອນປູກໄດ້ ກໍມີ ເມືອງບາຈຽງ ເມືອງຊນະສົມບູນ ເມືອງໂຂງ ແລະເມືອງ ປະທຸມພອນ 4 ໂຕເມືອງ ມັນກໍໝົດ ທີ່ດິນແລ້ວ".

ທ່ານເວົ້າ ຕໍ່ໄປວ່າ ເຂດພື້ນທີ່ຈັດໄວ້ ສຳລັບປູກ ຢາງພາລາ ຂອງ ແຂວງຈຳປາສັກ ສ່ວນຫລາຍຈະຢູ່ ໃນເຂດ 4 ໂຕເມືອງດັ່ງກ່າວ. ແຕ່ພື້ນທີ່ດິນ ທີ່ປູກຢາງພາລາ ຫລາຍທີ່ສຸດ ແມ່ນຢູ່ ເມືອງບາຈຽງ ແລະຊນະສົມບູນ ຊຶ່ງເປັນພື້ນທີ່ດິນ ໃກ້ພູພຽງ ບໍລິເວນ ມີຄວາມກວ້າງ ປະມານ 10 ພັນເຮັກຕາ ໂດຍໄດ້ອະນຸມັດ ໃຫ້ບໍຣິສັດ ເອກກະຊົນ ຈາກໄທ ແລະວຽດນາມ ເຂົ້າມາລົງທຶນ ຈົນບໍ່ມີດິນ ເພື່ອຂຍາຍໄດ້ອີກ.

ເຖິງວ່າ ແຂວງຈຳປາສັກ ຍັງມີພື້ນທີ່ດິນ ໃນເມືອງອື່ນໆ ແຕ່ກໍມີ ຄວາມເໝາະສົມ ສຳລັບການ ປູກຝັງພືດພັນ ຊນິດອື່ນໆ ເຊັ່ນ: ເມືອງປາກຊ່ອງ ກໍເໝາະສໍາລັບ ປູກກາເຟ ແລະທົ່ງພຽງ ໃນເມືອງຕ່າງໆ ກໍເໝາະສຳລັບ ການປູກເຂົ້າແລະ ຈັດເປັນສະຖານທີ່ ທ່ອງທ່ຽວ. ດັ່ງເຈົ້າໜ້າທີ່ ຜູ້ດຽວກັນ ເວົ້າອີກວ່າ:

"ເມືອງໂພນທອງ, ປາກເຊ, ຈຳປາສັກ, ສຸກຸມາ ແລະເມືອງມູນ ບໍ່ທັນໄດ້ປູກ ເພາະວ່າພື້ນທີ່ ດັ່ງກ່າວ ກໍເປັນພື້ນທີ່ ປູກເຂົ້າ ທີ່ມີ ປະສິດທິຜົນ ຢູ່ແລ້ວ ແລະ ກໍເປັນພື້ນທີ່ ທ່ອງທ່ຽວ ບໍ່ຢາກໃຫ້ເຮັດ ຊຸມນີ້ໃສ່".

ເຖິງຢ່າງໃດ ກໍຕາມ ການປູກຢາງພາລາ ເປັນການປູກພືດ ອຸດສາຫະກັມ ຂນາດໃຫຍ່ ຊຶ່ງໃນ ປັດຈຸບັນນີ້ ຍັງບໍ່ສາມາດ ເກັບກ່ຽວຜົນ ຜລິດຢາງພາລາ ອອກມາຂາຍໄດ້ ເທື່ອ ເພາະຕົ້ນຢາງພາລາ ພາຍໃນແຂວງ ຈຳປາສັກ ຍັງນ້ອຍ ບໍ່ສາມາດປາດ ເອົາຢາງໄດ້, ນອກຈາກນັ້ນ ກໍຍັງບໍ່ທັນມີ ໂຮງງານແປຮູບ ຢາງພາລາ ຢູ່ພາຍໃນແຂວງ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.