ສິນຄ້າກະເສຕຈາກ ຂ.ຈໍາປາສັກຍັງມີຈໍາກັດ

ແຂວງຈໍາປາສັກ ສົ່ງສິນຄ້າ ກະສິກັມ ອອກຂາຍ ຕ່າງປະເທດ ຍັງບໍ່ມີຫລາຍ ພໍເທົ່າໃດ.
ມະນີຈັນ
2010.09.17

ແຂວງ ຈໍາປາສັກ ເຖິງແມ່ນວ່າ ຈະມີການ ຂຍາຍ ການຜລິດ ກະສິກັມ ແຕ່ໃນ ສະພາບຕົວຈິງ ໃນປັຈຈຸບັນ ຜົລຜລິດ ກະສິກັມ ທີ່ສົ່ງອອກຂາຍ ຕ່າງປະເທດ ຍັງບໍ່ມີ ຄວາມຫລາກຫລາຍ ພໍເທົ່າໃດ. ແຕ່ ທາງພາກສ່ວນ ກ່ຽວຂ້ອງ ຫາກຄາດວ່າ ຜົລຜລິດ ກະສິກັມ ສົ່ງອອກ ຈະມີຄວາມ ຫລາກຫລາຍຂຶ້ນ ເມື່ອພືດອຸດສາຫະກັມ ທີ່ລົງທຶນ ປູກນັ້ນ ເລີ່ມເກັບກ່ຽວໄດ້ ໃນອີກ ບໍ່ນານນີ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ:

"ນອກຈາກກາເຟ ພວກເຮົາກໍແມ່ນ ພືດຜັກແນວອື່ນ ພວກເຮົາ ຍັງບໍ່ມີ ກໍພວກພືດຜັກ ທີ່ເຮົາເຮັດກັນ ຢູ່ດຽວນີ້ ກັບພວກຜັກ ກະຫລໍ່າ ຜັກກາດຂາວ ນີ້ເດ້ ທີ່ພວກເຮົາ ສົ່ງໄປແຕ່ລະມື້".

ແຂວງຈໍາປາສັກ ຖືເປັນແຫລ່ງ ກະສິກັມ ຂນາດໃຫຍ່ ຂອງພາກໃຕ້ ມີກາເຟ ເປັນສິນຄ້າ ກະສິກັມ ທີ່ສໍາຄັນ ໂດຍມີ ຕລາດຮອງຮັບ ໃນກຸ່ມປະເທດ ສະຫະພາບ ຢູໂຣບ.  ນອກຈາກນີ້ ກໍມີສິນຄ້າ ກະສິກັມ ອື່ນ ເປັນປະເພດ ພືດຜັກ ຮອງລົງມາ ກໍປະເພດ ໝາກໄມ້ ສົ່ງອອກໄປໄທ.

ສໍາລັບ ການຜລິດ ກະສິກັມ ອື່ນໆ ຍັງບໍ່ມີ ຫລາຍພໍເທົ່າໃດ ເຖິງແມ່ນວ່າ ໃນລະຍະ ຜ່ານມາ ຈະມີການ ຂຍາຍ ການປູກຝັງ ກະສິກັມ ຢ່າງກວ້າງຂວາງ ໃນທົ່ວແຂວງ ຫລາຍຂຶ້ນນັບມື້ ກໍຕາມ.

ສາເຫດສໍາຄັນ ກໍຄືວ່າ ພືດ ອຸດສາຫະກັມ ທີ່ເອກກະຊົນ ແລະ ປະຊາຊົນ ໄດ້ລົງທຶນປູກ ເປັນຕົ້ນ ຢາງພາຣາ ຕ້ອງໄດ້ຄອຍຖ້າ ເກັບກ່ຽວຜົລ ຫລັງຈາກທີ່ ປູກໄດ້ 7 ປີ ຊຶ່ງປັຈຈຸບັນ ກໍຍັງບໍ່ ເຕີບໂຕ ອອກຜົລຜລິດ ທີ່ຈະ ຈໍາຫນ່າຍໄດ້ເທື່ອ.

ແຕ່ຢ່າງໃດ ກໍຕາມ ພາກສ່ວນ ກ່ຽວຂ້ອງ ກໍຄາດວ່າ ເມື່ອເຖິງເວລາ ທີ່ພືດ ອຸດສາຫະກັມ ອອກຜົລຜລິດ ກໍຈະເຮັດໃຫ້ ແຂວງ ຈໍາປາສັກ ມີສິນຄ້າ ກະສິກັມ ສົ່ງອອກຂາຍ ຕ່າງປະເທດ ໄດ້ຫລາຍຂຶ້ນ. ພ້ອມດຽວກັນນັ້ນ ພາກສ່ວນກ່ຽວຂ້ອງ ກໍຕ້ອງໄດ້ ຊອກຫາຕລາດ ທີ່ຈະຂາຍ ສິນຄ້າ ກະສິກັມ ໃຫ້ກວ້າງຂວາງ ອອກນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.