ແຂວງຈໍາປາສັກ ໄດ້ຮັບຜົລດີ ຈາກການຄ້າເສຣີ

ຜແນກ ອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ ເປີດເຜີຍວ່າ ການຄ້າຂາຍ ສິນຄ້າ ກະເສຕກັມ ຂອງແຂວງ ຈໍາປາສັກ ຂຍາຍໂຕ ດີຂຶ້ນ ຢ່າງບໍ່ລົດລະ.
ມະນີຈັນ
2010.08.20

ນັບແຕ່ ສະມາຊິກ ເຂດການຄ້າ ເສຣີອາຊຽນ ຫລື AFTA ໄດ້ຫລຸດຜ່ອນ ອັຕຣາ ນໍາເຂົ້າສິນຄ້າ ກະເສຕກັມ ລົງເຫລືອ 0 ເປີເຊັນ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ:

"ໂອ້ມັນກໍດີ ຢູ່ແລ້ວ ເພາະວ່າ ພວກເຮົາ ໄດ້ສົ່ງສິນຄ້າ ອອກແບບທີ່ວ່າ ແຕ່ກ່ອນມັນ ມີບາງຕົວ 5 ເປີຣເຊັນ ດຽວນີ້ມັນ 0 ເປີເຊັນເດ່ ມັນກໍຖືວ່າ ພວກເຮົາ ສາມາດສົ່ງ ສິນຄ້າໄດ້ ສະດວກກວ່າເກົ່າ ແລະດ້ານຕົ້ນທຶນ ພວກເຮົາກໍຕັດທອນ ໄດ້ຫລາຍກວ່າເກົ່າ".

ການເປີດ ການຄ້າເສຣີ ກະສິກັມ ຂອງສະມາຊິກ ເຂດການຄ້າ ເສຣີອາຊຽນ ໂດຍສະເພາະໃນ ຣາຍງານຂອງ ປະເທດໄທ  ຊຶ່ງເປັນ ຕລາດສໍາຄັນ ແຕ່ວັນທີ 1 ມົກກະຣາ ປີ 2010 ເປັນຕົ້ນມາ ສົ່ງຜົລປໂຍດ ໂດຍກົງ ຕໍ່ການຄ້າ ສິນຄ້າກະເສຕກັມ ແຂວງຈໍາປາສັກ ຍ້ອນວ່າ ຈໍານວນສິນຄ້າ ແລະລາຍໄດ້ ຈາກການ ຂາຍສິນຄ້າ ກະສິກັມ ສົ່ງອອກ ເພີ່ມສູງຂຶ້ນ ຕໍ່ເນື່ອງ ໂດຍສະເພາະ ສິນຄ້າ ພືດຜັກ ແລະໝາກໄມ້ ເຊັ່ນ ກະລໍ່າປີ ໝາກກ້ວຍ ແລະອື່ນໆ ທີ່ສາມາດ ສົ່ງໄປຂາຍໄດ້ ສດວກຂຶ້ນ.

ເຖິງແມ່ນວ່າ ຈະໄດ້ຮັບ ຜົລປະໂຫຍດ ຈາກການຫລຸດ ພາສີ ດັ່ງກ່າວ ພາກສ່ວນກ່ຽວຂ້ອງ ໃນແຂວງ ຈໍາປາສັກ ກໍຍັງຕ້ອງການ ທີ່ຈະພັທນາ ອຸດສາຫະກັມ ກ່ຽວເນື່ອງ ກັບການ ກະສິກັມ ໃຫ້ມີຫລາຍຂຶ້ນ ເປັນຕົ້ນ ໂຮງງານຜລິດປຸຍ ເຊຶ່ງປັຈຈຸບັນ ທາງແຂວງ ຍັງຕ້ອງນໍາເຂົ້າ ຈາກແຂວງອຸບົນ ຂອງໄທໃນ ອັຕຣາທີ່ສູງຢູ່ ແລະ ຖ້າມີການ ພັທນາ ຂຶ້ນແທ້ນັ້ນ ກໍຈະເຮັດໃຫ້ ເອກກະຊົນ ແລະ ຊາວກະສິກອນ ສາມາດ ຊື້ປຸຍໄດ້ ຢູ່ພາຍໃນ ຊຶ່ງຈະມີຣາຄາ ທີ່ຖືກກ່ວາ ນໍາເຂົ້າຈາກ ປະເທດໄທ  ແລະຈະຊ່ວຍ ປະຢັດຕົ້ນທຶນ ໄດ້ຫລາຍຂຶ້ນ. ແຕ່ເຖີງຢ່າງໃດ ກໍຕາມ ຍັງບໍ່ມີ ເອກກະຊົນ ຣາຍໃດເທື່ອ ມີຄວາມສົນໃຈ ເຂົ້າມາພັທນາ ໂຮງງານນັ້ນເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.