ການປູກ ຕົ້ນໝາກເຍົາ ລົ້ມເຫລວ
2009.06.17

ນັກວິຊາການ ລາວວ່າເຖິງແມ່ນ ວ່າທາງການລາວ ຈະມີແຜນການ ພັທນາ ນໍ້າມັນຊີວະພາບ ເພື່ອທົດແທນການ ນໍາເຂົ້ານໍ້າມັນ ຈາກຕ່າງປະເທດ ກໍດີ ແຕ່ການສົ່ງ ເສີມ ໃຫ້ປະຊາຊົນ ປູກໝາກເຍົາ ຢ່າງກ້ວາງຂວາງນັບ ຕັ້ງແຕ່ປີ 2006 ເປັນຕົ້ນມາ ໂດຍບໍ່ໄດ້ມີ ການສຶກສາພືດ ນີ້ໃຫ້ຄັກແນ່ ແລະ ບໍ່ໄດ້ສິດສອນ ວິທີການ ປູກພຶດ ນີ້ໃຫ້ປະຊາຊົນ ຢ່າງເປັນຫລັກ ເປັນເກນ ໃນລະຍະຍາວ ອາດເກີດຜົນ ສະທ້ອນຕໍ່ການ ພັທນານີ້ໄດ້:
"ຕອນນີ້ເປັນ ນໍ້າເບີວັນ ແລ້ວບາຍໂອດີແຊນ ຈາກໝາກເຍົານີ້ ແຕ່ວ່າ ໃນອານາຄົດ ນີ້ບໍ່ແນ່ນອນ ເພາະວ່າຊ່ວງ ລະຍະ 3ປີນີນະ ຜູ້ທີ່ລົ່ມກໍ ລົ່ມໄປແລ້ວ ມັນເອົາໄປ ປູກມັນກໍຕາຍ ເປັນພັນໆເຮັກຕາ ກໍມີແລະໝາຍ ຄວາມວ່າມັນໄປ ປູກແຕ່ບໍ່ມີ ການສຶກສາ."
ທ່ານວ່າການຂຍາຍ ພື້ນທີ່ເພື່ອປູກ ໝາກເຍົາມີເພີ້ມຂື້ນ ຢ່າງວ່ອງໄວ ເພາະວ່າຫລາຍຄົນ ກໍມີຄວາມຫວັງ ວ່າພືດດັ່ງກ່າວ ຈະຊ່ວຍໃຫ້ລາວ ສາມາດຜລິດ ນໍ້າມັນ ຊີວະພາບໄດ້ ໃນລະຍະເວລາ ໄວໆນີ້ແລະ ຣັຖບານເອງ ກໍຕັ້ງເປົ້າໝາຍ ໄວ້ວ່າຈະສາມາດ ຜລິດນໍ້າມັນ ຊີວະພາບ ໃຫ້ໄດ້ 30%ຂອງນໍ້າມັນ ທີ່ນໍາເຂົ້າຈາກ ຕ່າງ ປະເທດ. ຕາມສະພາບ ໂຕຈິງນັ້ນ ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນມີ ວິຊາການທີ່ ລະອຽດ ແລະຍັງຕ້ອງອີງ ໃສ່ຂໍ້ມູນການ ພັທນານໍ້າມັນ ບາຍໂອດີແຊນ ຈາກປະເທດ ອື່ນເປັນຕົ້ນ ປະເທດໄທ ແລະອິນເດັຽ ດັ່ງທ່ານໄດ້ໃຫ້ ຄວາມກະຈ່າງແຈ້ງ ຕື່ມວ່າ:
"ເພາະວ່າປູກນີ້ ກໍມີແຕ່ ລະດົມໃຫ້ປູກ ແຕ່ວ່າຖາມເຖິງ ຂໍ້ມູນຈິງໆ ກ່ຽວກັບໝາກເຍົາ ນີ້ຍັງບໍ່ມີໃຜ ຮູ້ຈັກລະອຽດ ຖາມວ່າປູກ ລະຍະແນວໃດ ໃນດິນແບບໃດ ມັນສີ່ໃຫ້ ຜົນຜລິດດີ ມີການຕັດແຕ່ງ ກິ່ງໃບແນວໃດ ມີການເກັບກູ້ ຜົນຜລິດແນວໃດ ຮັກສາແນວໃດ ໃຫ້ມັນໄດ້ ນໍ້າມັນດີ ຍັງບໍ່ທັນມີ ໂຕນີ້."
ເຖິງຢ່າງໃດກໍດີ ການພັທນາ ນໍ້າມັນຊີວະພາບ ໃນລາວນັ້ນ ຍັງຢູ່ໃນລະຍະ ເລີ້ມຕົ້ນຢູ່ ແລະ ທາງການລາວ ກໍໄດ້ສົ່ງເສີມ ທົດລອງປູກພືດ ພະລັງງານອື່ນໆ ເຊັ່ນວ່າ ຕົ້ນປ່ານນໍ້າມັນ ມັນຕົ້ນ ອ້ອຍ ໝາກສາລີ ເພື່ອຈະນໍາມາ ຜລິດເປັນ ນໍ້າມັນ ຊີວະພາບໄດ້.