ແຂວງອັດຕະປື ເກັບກ່ຽວເຂົ້າຊ້າ ຍ້ອນສະພາບແຫ້້ງແລ້ງ

ແຂວງອັດຕະປື ຈະເກັບກ່ຽວ ເຂົ້ານາແຊງ ໃນເດືອນ 5 ຊຶ່ງຫລ້າຊ້າ ກວ່າປົກກະຕິ.
ມະນີຈັນ
2010.04.30

ແຂວງອັດຕະປື ຈະເລີ່ມເກັບກ່ຽວເຂົ້າ ນາແຊງປີນີ້ ໃນເດືອນພຶສພາ ຊຶ່ງຖືວ່າລ່າຊ້າ ກ່ວາປົກກະຕິ ຍ້ອນຣະບົບ ຊົລປະທານ ໃນແຂວງ ຍັງສ້ອມແປງບໍ່ແລ້ວ.  ອີກຢ່າງນຶ່ງ ກໍຍ້ອນ ຄວາມແຫ້ງແລ້ງ ກວ່າທຸກປີ ໃນຣະດູແລ້ງປີນີ້  ອັນເຮັດໃຫ້ຊາວນາ ບໍ່ສາມາດລົງເຮັດ ນາແຊງໄດ້ ຕາມປົກກະຕິ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກະສິກັມ ແຂວງອັດຕະປື:

"ທາງຜແນກກະສິກັມ ພວກເຮົາກໍໄດ້ ເອົາໃຈໃສ່ ຊຸກຍູ້ ຂະບວນການຜລິດ ດູແລ ຊຶ່ງມາຮອດ ປັຈຈຸບັນ ພວກເຮົາກໍໄດ້ເລີ່ມ ເກັບປູກຜົລຜລິດ ແລ້ວຄາດວ່າ ເນື້ອທີ່ພວກເຮົາ ຈະເກັບກ່ຽວເຂົ້າ ໃຫ້ແລ້ວໃນເດືອນ 5 ນີ້ ຫລືອາຈຈະຊ້າ ຈັກຫນ່ອຍ ເພາະພວກເຮົາ ປັກດໍາຊ້າ".

ທ່ານກ່າວຕໍ່ໄປວ່າ ສາເຫດຕົ້ນຕໍ ທີ່ເຮັດໃຫ້ການ ດໍານາແຊງ ປີນີ້ ລ່າຊ້າ ກໍຍ້ອນຜົລ ກະທົບ ຈາກພະຍຸເກສນາ ຕັ້ງແຕ່ປີກາຍ ຍັງບໍ່ໄດ້ຮັບການ ແກ້ໄຂຣະບົບ ຊົລປະ ທານ ແລະ ໂຄງຮ່າງພື້ນຖານ ອື່ນໆທີ່ກ່ຽວຂ້ອງ ກັບການເຮັດນາ ບໍ່ສໍາເຣັດເທື່ອ. ບັນຫາພັຍແຫ້ງແລ້ງ ຝົນຕົກໜ້ອຍ ເຮັດໃຫ້ນໍ້າໃນ ແຫ່ລງນໍ້າຕາມ ທັມມະຊາດຕ່າງໆ ບົກລົງ ເຮັດໃຫ້ບໍ່ພຽງພໍ ທີ່ຈະຜັນນໍ້າ ໄປຊ່ວຍໃນການ ປູກຝັງ ຂອງປະຊາຊົນ. ການແກ້ໄຂຣະບົບ ຊົລປະທານ ກໍເຮັດໄດ້ສະເພາະ ບາງບ່ອນບາງເມືອງ ຊຶ່ງບ່ອນໃດ ໄດ້ຮັບການແກ້ໄຂ ກໍຈະມີນໍ້າ ເຂົ້າໄປໃຫ້ຊາວນາ ໄດ້ດໍາກ່ອນ ແລະ ກໍມີຫລາຍໝູ່ບ້ານ ໄດ້ເລີ່ມດໍານາແລ້ວ ແລະຈະເລີ່ມ ເກັບກ່ຽວເຂົ້າ ໃນຊ່ວງເດືອນ 5ເປັນຕົ້ນໄປ.

ການເຮັດນາແຊງ ໃນທົ່ວປະເທດ ລາວ ປີນີ້ ປາກົດວ່າ ມີຫລາຍແຂວງ ໄດ້ຮັບຜົລກະທົບ ຈາກພັຍແຫ້ງແລ້ງ ຝົນຕົກໜ້ອຍ.  ນໍ້າໃນຣະບົບ ຊົລປະທານ ບໍ່ມີນໍ້າເກັບ ກັກໄວ້ພຽງພໍ ເພື່ອສົ່ງໃຫ້ ປະຊາຊົນເຮັດນາ ອັນເຮັດໃຫ້ມີ ຄວາມຫລ່າຊ້າ ໃນການເຮັດນາແຊງ.

ເປັນທີ່ຄາດກັນວ່າ ເມື່ອເຂົ້າ ສູ່ຣະດູຝົນ ເຕັມທີ່ແລ້ວ ຣະບົບການເຮັດນາ ໃນທົ່ວປະເທດລາວ ກໍຈະດໍາເນີນໄປ ໃນສະພາບ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.