ພື້ນທີ່ປູກຝັງໃນລາວ ຫລຸດໜ້ອຍລົງ

ພື້ນທີ່ດິນ ສໍາລັບ ການກະສິກັມ ໃນລາວ ຫລຸດລົງຫລາຍ ຍ້ອນການໃຫ້ ສັມປະທານ ແບບບໍ່ຖືກຕ້ອງ.
ມະນີຈັນ
2010.02.16

ທີ່ດິນ ສໍາລັບ ການກະສິກັມ ໃນລາວ ໄດ້ຫລຸດລົງຫລາຍ ໂດຍສະເພາະ ຢູ່ເຂດ ທີ່ມີການໃຫ້ ສັມປະທານ ປູກຕົ້ນໄມ້ ອຸດສາຫະກັມ ຫລືຂຍາຍເຂດ ການຄ້າ ແລະ ອຶ່ນໆ ໂດຍບໍ່ມີການ ຈັດສັນທີ່ດິນ ຢ່າງລະອຽດ. ການໃຫ້ ສັມປະທານ ດັ່ງກ່າວ ສົ່ງຜົນກະທົບ ໃສ່ແຫລ່ງ ທໍາມາຫາກິນ ຂອງ ປະຊາຊົນລາວ. ຕາມຣາຍງານ ຂອງອົງການ ຄຸ້ມຄອງທີ່ດິນ. 

ນັກວິຊາການ ລາວ ຫລາຍຄົນເຫັນວ່າ ພາກສ່ວນກ່ຽວຂ້ອງ ໃນການຄຸ້ມຄອງ ທີ່ດິນ ເປັນຕົ້ນ ຂັ້ນບ້ານຫລືຂັ້ນເມືອງ ໄດ້ຕີຣາຄາ ຢ່າງງ່າຍດາຍ ວ່າດິນທີ່ໃຫ້ ສັມປະທານ ເປັນດິນທີ່ ຖືກປະໄວ້ ດົນມາແລ້ວ ແລະ ບໍ່ໄດ້ໃຫ້ ຜົນປະໂຫຍດຫຍັງ. ເມື່ອນັກລົງທຶນ ເຂົ້າມາປູກ  ຢາງພາລາ, ໄມ້ເກສນາ, ໄມ້ອຸດສາຫະກັມ ອຶ່ນໆ ຫລືສ້າງ ສນາມກອຟ ຊາວບ້ານ ຈະມີຣາຍໄດ້ ຈາກການຮັບຈ້າງ ໃນໂຄງການ.

ນັກວິຊາການ ລາວ ເວົ້າວ່າ ຖ້າບໍ່ຈັດສັນ ທີ່ດິນໃຫ້ດີ ຈະເຮັດໃຫ້ ຊາວລາວ ເສັຽຜົນປະໂຫຍດ ຫລາຍກວ່າ ຜົນທີ່ຈະໄດ້ຮັບ ຍ້ອນວ່າ ເນື້ອທີ່ດິນນັ້ນ ເປັນບ່ອນຜລິດຜົລ ດ້ານປູກຝັງ ລ້ຽງສັດ ຫລືຢ່າງໜ້ອຍ ກໍເປັນບ່ອນ ທໍາມາຫາກິນ ຂອງພວກເຂົາເຈົ້າ ດົນນານມາແລ້ວ. ປັນຍາຊົນລາວ ຄົນນຶ່ງ ທີ່ມີນາມແຝງວ່າ “ຄົນຮັກແຜ່ນດິນ” ເວົ້າວ່າ ເຈົ້າໜ້າທີ່ ທາງການລາວ ຍັງຂາດຄວາມຮູ້ ຄວາມເຂົ້າໃຈ ເລື່ອງການນໍາໃຊ້ ທີ່ດິນ ຂອງແຕ່ລະ ປະເພດ ໃຫ້ຖືກຕາມ ເປົ້າໝາຍ ຂາດການໄຕ່ຕອງ ກ່ອນ ອະນຸມັດ ໃຫ້ສັມປະທານ.

ໃນຂນະທີ່ ພນັກງານ ແລະປະຊາຊົນ ຈໍານວນນຶ່ງ ຫລົງເຊື່ອນໍາ ການປ່າວຂ່າວ ເຖິງຜົນດີ ກ່ຽວກັບການ ນໍາເອົາທີ່ດິນ ຂອງຕົນແລະ ຂອງລວມໝູ່ ຫັນໄປ ປູກຕົ້ນໄມ້ ອຸດສາຫະກັມ ຫລືໃຫ້ ນັກລົງທຶນ ສັມປະທານ ໂດຍບໍ່ຄໍານຶງ ເຖິງຣະບຽບ ຫລັກການ ແລະ ການຜລິດ ເພື່ອລ້ຽງຊີບ ຂອງຕົນ.

ຍິ່ງໄປກ່ວານັ້ນ ທາງອໍານາດ ການປົກຄອງ ຈໍານວນບໍ່ໜ້ອຍ ຍັງສົມຮູ້ ຮ່ວມຄິດ ກັບນັກລົງທຶນ ພາຍໃນ ແລະ ຕ່າງປະເທດ ບຸກລຸກທີ່ດິນ ຂອງສ່ວນບຸກຄົນ, ປ່າໄມ້ຕຶບໜາ, ປ່າສງວນ ເພື່ອປູກຕົ້ນໄມ້ ອຸດສາຫະກັມ ອັນພາໃຫ້ ເກີດມີ ຂໍ້ຂັດແຍ່ງ ກັນຂຶ້ນ ດັ່ງກໍຣະນີ ການໃຫ້ ສັມປະທານ ທີ່ດິນ ຢູ່ແຂວງ ຫລວງນໍ້າທາ ຊຶ່ງບໍ່ມີທ່າທີວ່າ ຈະສງົບລົງງ່າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.