ຂ.ສາຣະວັນ ຂາດເຂີນນັກວິຊາການ
2010.09.09
ປັດຈຸບັນນີ້ ນັກວິຊາການ ທີ່ເຮັດວຽກ ຢູ່ໃນ ທະນາຄານ ສົ່ງເສີມ ການກະເສຕ ແຂວງ ສາລະວັນ ຍັງບໍ່ມີ ພຽງພໍກັບ ຄວາມຕ້ອງການ ເພາະງົບປະມານ ໃນແຕ່ລະປີ ບໍ່ພຽງພໍ ແລະ ໜ້າທີ່ວຽກງານ ທີ່ມີເພີ້ມ ຫລາຍຂຶ້ນ ເພື່ອຂຍາຍ ພື້ນທີ່ ການກະເສຕ ພາຍໃນແຂວງ. ເຈົ້າໜ້າທີ່ ຈາກ ທະນາຄານ ການກະເສຕ ແຂວງ ສາຣະວັນ ເວົ້າວ່າ:
"ພຽງພໍ ຍັງຍັງເກີດ 2 ປັດໃຈ ອັນນຶ່ງມັນ ກໍເຣື້ອງກ່ຽວກັບ ງົບປະມານ ການຮັບ ບຸຄລາກອນ ເຮົາ ຕົ້ນຕໍແມ່ນ ໂຕນີ້ ຈຸດທີສອງ ເຮົາແມ່ນ ແຜນດຳເນີນ ຂຍາຍພື້ນທີ່ ຈະຕ້ອງ ຂຍາຍພື້ນທີ່ ອີງໃສ່ ສະພາບຄວາມ ພຽງພໍ ໃນພື້ນທີ່ ຂອງເຮົາກ່ອນ".
ເຈົ້າໜ້າທີ່ ຈາກ ທະນາຄານ ສົ່ງເສີມ ການກະເສຕ ແຂວງ ສາຣະວັນ ເວົ້າຕໍ່ໄປວ່າ ປັດຈຸບັນນີ້ ມີນັກ ວິຊາການ ປະຈຳຢູ່ໃນ ທະນາຄານ ທັງໝົດ 32 ຄົນ ຊຶ່ງຈຳນວນ ດັ່ງກ່າວ ຈະບໍ່ພຽງພໍ ກັບໜ້າວຽກ ຍ້ອນວ່າ ວຽກງານໃນ ການຂຍາຍພື້ນທີ່ ກະສິກັມ ໂດຍສະເພາະ ໃນແຂວງ ສາຣະວັນ ມີຈຳນວນ ເພີ້ມຂຶ້ນເລື້ອຍໆ. ດ້ວຍເຫດນີ້ ທາງແຂວງ ຈຶ່ງບໍ່ສາມາດ ປະຕິບັດ ແຜນການໃຫຍ່ໆ ເພື່ອຂໍອະນຸມັດ ຈຳນວນ ນັກວິຊາການ ຈາກທາງ ຣັຖບານກາງ ໄດ້.
ສຳລັບ ທະນາຄານ ສົ່ງເສີມ ການກະເສຕ ມີໜ້າທີ່ ອະນຸມັດ ເງິນກູ້ໃຫ້ ປະຊາຊົນ ເພື່ອກໍ່ສ້າງ ໂຄງຮ່າງພື້ນຖານ ດ້ານການກະເສຕ ແລະ ການສົ່ງເສີມ ດ້ານການຜລິດ ກະສິກັມ ຂອງ ປະຊາຊົນ ໂດຍສະເພາະ. ນອກຈາກນີ້ ທາງທະນາຄານ ສົ່ງເສີມ ການກະເສຕ ຍັງຕ້ອງ ພຍາຍາມ ຊຸກຍູ້ໃຫ້ຊາວ ກະສິກອນ ສາມາດຜລິດ ສິນຄ້າ ການກະເສຕ ໄດ້ຢ່າງຕໍ່ເນື່ອງ ເພື່ອໃຫ້ ສາມາດຜລິດ ເປັນສິນຄ້າ ພື້ນຖານ ເພື່ອການ ສົ່ງອອກໄດ້.