ຣັຖບານລາວຄວນ ພັທນາກະສິກັມ

ຊາວກະສິກອນ ຮຽກຮ້ອງ ໃຫ້ ຣັຖບານລາວ ດູແລການ ພັທນາ ກະສິກັມ ເພື່ອໃຫ້ປໂຍດ ແກ່ປະຊາຊົນ ຢ່າງແທ້ຈິງ.
ຈໍາປາທອງ
2010.07.29

ຊາວກະສິກອນ ຈາກນະຄອນ ຫລວງວຽງຈັນ ເວົ້າວ່າ ທີ່ຜ່ານມາ ຣັຖບານໄດ້ ພຍາຍາມ ຊຸກຍູ້ ຂະບວນການ ຜລິດ ກະສິກັມ ເພື່ອສ້າງລາຍໄດ້ ໃຫ້ປະຊາຊົນ ໃນທົ່ວ ປະເທດ ໂດຍສົ່ງເສີມ ການປູກພືດ ຫຼາຍຊນິດ ແຕ່ ນະໂຍບາຍ ດັ່ງກ່າວ ກັບເປັນການ ສນອງ ການລົງທຶນ ຂອງຕ່າງ ປະເທດ ໂດຍບໍ່ເປັນ ປໂຍດຕໍ່ ປະຊາຊົນ ແຕ່ຢ່າງໃດ. ດັ່ງນັ້ນ ຈຶ່ງມີການ ຮຽກຮ້ອງໃຫ້ ຣັຖບານລາວ ເອົາໃຈໃສ່ ແກ້ໄຂ ດັ່ງທ້າວ ໄຊຍະສອນ ປະຊາຊົນ ເມືອງ ໄຊທານີ ເວົ້າວ່າ:

"ເລື້ອງ ກະສິກັມ ນີ້ ນະໂຍບາຍ ຣັຖບານ ນີ້ດີ ແຕ່ວ່າບໍ່ມີ ຜູ້ເຮັດແທ້ ຄັນເຮົາສິ ຂຍາຍເຂົ້າ ສັງຄົມ ຈັ່ງຊີ້ນີ້ ມັນຕ້ອງຂຍາຍ ທາງພື້ນຖານ ຄົນທຸກຄົນຍາກ ກະສິກອນ ຊາວໄຮ່ ຊາວນາ ວ່າຊັ້ນລະໄປ໋".

ລາວເວົ້າ ຕໍ່ໄປວ່າ ແຕ່ກ່ອນ ປະຊາຊົນລາວ ສ່ວນຫລາຍ ກໍປະກອບ ອາຊີພປູກຝັງ ເພື່ອລ້ຽງຊີພ ມາຕັ້ງແຕ່ ສໄມ ບັນພະບູຣຸດ. ແຕ່ຢ່າງໃດ ກໍຕາມ ການພັທນາ ກະສິກັມ ສໄມໃໝ່ ທີ່ທາງຣັຖບານ ພວມສົ່ງເສີມ ຢູ່ນີ້ເປັນ ການປູກຝັງ ເພື່ອຂາຍ ເປັນສິນຄ້າ ຊຶ່ງມັນຮຽກຮ້ອງ ໃຫ້ມີຄວາມ ຮູ້ທີ່ທັນ ສໄມ ມີທຶນ ແລະ ເທັກໂນໂລຢີ ສູງ ເພື່ອເພີ້ມຜົນຜລິດ ໃຫ້ໄດ້ຫລາຍ ຂຶ້ນກວ່າເດີມ. ທີ່ຜ່ານມາ ການຂຍາຍເນື້ອທີ່ ກະສິກັມ ສໄມໃໝ່ ຂອງຣັຖບານ ໄດ້ອີງໃສ່ ໂຄງການພັທນາ ຂນາດໃຫຍ່ ຂອງ ເອກກະຊົນ ຕ່າງປະເທດ ເຂົ້າມາ ສຳປະທານ ຫລື ໂຄງການ ກະເສດ ແບບມີພັນທະ ຄືມີສັນຍາ ກັບປະຊາຊົນ ອັນເຮັດໃຫ້ ປະຊາຊົນ ຕ້ອງເພິ່ງພາ ນັກລົງທຶນ ຕ່າງປະເທດ ບໍ່ໄດ້ເປັນ ເຈົ້າການ ໃນການພັທນາ ດ້ວຍຕົນເອງ ດັ່ງທ້າວ ໄຊຍະສອນ ເວົ້າວ່າ:

"ເລື້ອງການ ຜລິດນີ້ ນຶ່ງ ເລື້ອງແນວພັນ ສອງ ເລື້ອງ ວິຊາການ ບໍ່ລົງຕິດຕາມ ພວກຂະເຈົ້າແທ້ ສາມ ເລື້ອງ ຊົລປະທານ ສີ່ ປ່ອຍໃຫ້ພວກ ພໍ່ຄ້າມາກົດ ຊາວ ກະສິກອນ ເລື້ອງຣາຄາ ຢູ່ເນີ".

ລາວເວົ້າຕອນ ທ້າຍວ່າ ຫາກຣັຖບານ ສາມາດ ຕິດຕາມ ດູແລ ແກ້ໄຂບັນຫາ ດັ່ງກ່າວ ຈະເຮັດໃຫ້ ຊາວ ກະສິກອນ ຢູ່ທ້ອງຖິ່ນ ຕ່າງໆ ມີສ່ວນຮ່ວມ ມີລາຍໄດ້ ຫລາຍຂຶ້ນ ຢ່າງແທ້ຈິງ ອັນທີ່ຈະ ເຮັດໃຫ້ເກີດ ຄວາມເຊື່ອໝັ້ນ ນຳການພັທນາ ກະສິກັມ ສໄມໃໝ່ ທີ່ທາງການ ສົ່ງເສີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.