ລາຍງານວ່າປີນີ້ນັກທ່ອງທ່ຽວ ກໍຫລັ່ງໄຫລ ເຂົ້າມາທ່ຽວ ໃນເມືອງຫລວງພຣະບາງ ຄືກັນກັບ ປີຜ່ານມາ. ກ່ອນລະດູຝົນ ຈະສີ້ນສຸດລົງນີ້ນັກທ່ອງທ່ຽວ ໄດ້ຈອງຫ້ອງນອນ ຢູ່ຕາມໂຮງແຮມ ແລະ ຢູ່ຕາມບ້ານພັກ ຕ່າງໆ ໃນເມືອງຫລວງພຣະບາງ ເກືອບຈະເຕັມໝົດ ທຸກບ່ອນແລ້ວ. ເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ແຂວງຫລວງພະບາງ ໄດ້ກ່າວວ່າທຸຣະກິດ ການທ່ອງທ່ຽວ ໃນແຂວງຫລວງພຣະບາງ ຍັງຄືກຄື້ນ ເໝືອນປີຜ່ານມາ ແລະ ກໍບໍ່ມີ ທ່າທີວ່າ ຈະຫລຸດລົງ.
ນັບແຕ່ວັນທີ 1 ມົກະຣາປີ 2008 ມາເຖິງ ຕົ້ນເດືອນພືດສຈີການີ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວ ໃນເມືອງຫລວງພຣະບາງ ຈໍານວນ 340,000 ຄົນ ແລະ ສ້າງລາຍຮັບໄດ້ 86 ລ້ານບາດ. ສໍາລັບ ໃນປີ 2007 ຜ່ານມາມີນັກທ່ອງທ່ຽວ ເຂົ້າມາທ່ຽວ ໃນເມືອງຫລວງພຣະບາງ ຈໍານວນ 250,000 ຄົນ ແລະ ສ້າງລາຍຮັບ ໄດ້ 40 ລ້ານ ໂດລາສະຫະຣັຖ. ເມື່ອປຽບທຽບ ຈໍານວນ ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ໃນເມືອງຫລວງພຣະບາງ ລະຫ່ວາງ ສອງປີນີ້ ເຫັນວ່າຈໍານວນ ນັກທອ່ງທ່ຽວ ໃນປີ 2008 ນີ້ ມີເພີ້ມຂື້ນ.
ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ໂດຍມາກ ເປັນນັກທ່ອງທ່ຽວ ທີ່ມີຄຸນະພາບ ທີ່ມາຈາກປະເທດໄທຈາກຢູໂຣບຈາກສະຫະຣັຖ ອາເມຣິກາ ແລະ ຈາກປະເທດຕ່າງໆ ໃນເອເຊັຽ. ຫລວງພຣະບາງ ບໍ່ແມ່ນ ເມືອງແຄມທະເລ ແຕ່ເປັນເມືອງ ປະຫັວດສາດ ເມືອງນື່ງ ຂອງລາວທີ່ມີອາກາດ ແລະ ທີວທັດ ທັມະຊາດ ທີ່ສວຍງາມ ເປັນນ່າຈັບໃຈ ຂອງນັກທ່ອງທ່ຽວ ທີ່ສະແຫວງຫາ ຄວາມງຽບສະຫງັດ. ພ້ອມນັ້ນ ຍັງມີວັດຖຸໂບຮານ ທີ່ລໍ້າຄ່າເຫລືອໄວ້ ໃຫ້ນັກທ່ອງທ່ຽວ ໄດ້ຊົມ ແລະ ຮຽນຮູ້ປະກອບກັບວັດທະນະທັມ ອັນເກົ່າແກ່ ຂອງຊາວເມືອງ.