ຊາວໄທ ສ່ຽງໂຊກ ຢູ່ຝັ່ງລາວ

ເຖິງແມ່ນວ່າ ວິກິດການເສຖກິດ ສ້າງຄວາມ ມືດມົນແກ່ຊີວິດ ການເປັນຢູ່ຂອງຄົນ ໃນທົ່ວໂລກກໍດີ ແຕ່ວ່າ ພີ່ນ້ອງຊາວຝັ່ງໄທ ກໍພາກັນໄປ ສ່ຽງໂຊກຢູ່ຝັ່ງ ປະເທດລາວ

0:00 / 0:00

ຕາມລາຍງານ ຂອງໜັງສືພິມ the Nation ຂອງໄທ. ລາຍງານວ່າ ມີຊາວໄທ ຢ່າງນ້ອຍ 1,000 ຄົນ ໃນແຕ່ລະວັນ ພາກັນເດີນທາງ ໄປຫລິ້ນ ການພະນັນ ຢູ່ໃນ ກາຊີໂນ ສວັນເວກັສ ທີ່ຕັ້ງຢູ່ແຂວງ ສວັນນະເຂດ ປະເທດລາວ ຊື່ງເປັນແຂວງ ຊາຍແດນຕິດກັບ ແຂວງມຸກດາຫານ ຂອງໄທ.

ແຕ່ລະວັນມີ ຣົຖແວນປະມານ 100 ຄັນ ຂົນສົ່ງຜູ້ ໂດຍສານໄປຈາກ ແຂວງຕ່າງໆໃນ ພາກຕະເວັນອອກ ສ່ຽງເໜືອຂອງ ປະເທດໄທ ໄປຍັງແຂວງ ມຸກດາຫານ ເພື່ອຂ້າມຂົວ ມິຕພາບລາວໄທ ແຫ່ງທີສອງ ໄປຍັງໂຮງແຮມ ກາຊີໂນ ຊື່ງຫາກໍເປີດ ບໍຣິການໃນ ເດືອນເມສາ ນີ້ເອງ. ຜູ້ໂດຍສານ ທີ່ຂ້າມໄປ ຍັງຝັ່ງລາວນັ້ນ ຈະຂື້ນຣົຖ ຂອງຝ່າຍລາວຕໍ່ ເພື່ອເດີນທາງໄປ ໂຮງແຮມກາຊີໂນ ທີ່ບໍ່ຫ່າງໄກ ພໍເທົ່າໃດຈາກ ຂົວມິຕພາບ. ເມື່ອໄປເຖິງ ໂຮງແຮມແລ້ວ ຄົນຂັບຣົຖ ໂດຍສານຈະ ໄດ້ຮັບເງິນ ຜູ້ນື່ງ 4,900 ບາດ. ໝາຍຄວາມວ່າ ຜູ້ໂດຍສານ ບໍ່ຕ້ອງເສັຽ ຄ່າໂດຍສານ ນັບແຕ່ຂື້ນຣົຖ ອອກຈາກບ້ານມໄປ, ທັງໄດ້ດື່ມແລະ ກິນຟຣີໃນ ລະຍະທີ່ຫລີ້ນ ການພະນັນ ຢູ່ໃນໂຮງແຮມ.

ກາຊີໂນ ສວັນເວກັສ ມີເຄື່ອງຈັກ ການພະນັນ 300 ເຄື່ອງ ແລະມີໂຕະ ຫລິ້ນການພະນັນ 80 ໂຕະ. ທ້າວ ນົພພອນ ຜູ້ຊື່ງເດີນທາງ ມາຫລິ້ນ ການພະນັນເປັນ ປະຈໍາ ຢູ່ໃນ ກາຊີໂນ ກ່າວວ່າ ທຸກມື້ໃດລາວ ຖືເງິນມາ ຫລິ້ນລະຫ່ວາງ 20,000-30,000 ບາດ. ລາວວ່າ ບາງມື້ກໍ ຫລີ້ນໄດ້ ບາງມື້ກໍເສັຽ, ແຕ່ສະເລັ່ຽແລ້ວ ບໍ່ເສັຽຫລາຍ. ມື້ໃດທີ່ລາວ ມີໂຊກນັ້ນ ລາວຫລິ້ນໄດ້ ນັບວ່າເປັນ ລ້ານບາດພຸ້ນ ວ່າຊັ້ນ. ວັນໃດທີ່ໂຊກ ບໍ່ດີກໍຫລິ້ນ ເສັຽເງິນໝົດ, ບາງຄັ້ງ ຄົນຂັບຣົຖ ເອົາເງິນ ໃຫ້ຢືມຊໍ້າ.

ທ້າວ ວິຊຽນ ຄົນຮັບຈ້າງ ຂັບຣົຖໂດຍສານ ກ່າວວ່າ ເມື່ອກ່ອນລາວ ເຄີຽຂັບຣົຖ ສົ່ງຜູ້ໂດຍສານ ໄປຫລີ້ນ ກາຊີໂນ ຢູ່ເມືອງ ປອຍເປັດ ປະເທດກໍາພູຊາ ແຕ່ດຽວນີ້ລາວ ປ່ຽນມາຮັບຈ້າງ ຂັບຣົຖໂດຍສານ ໄປຍັງ ສວັນເວກັສ ເພາະວ່າມັນ ໄກ້ກ່ວາ ແລະວ່າຕັ້ງແຕ່ ສວັນເວກັສ ເປີດບໍຣິການນີ້ ທຸຣະກິດ ຮັບຈ້າງຂັບຣົຖ ສົ່ງຜູ້ໂດຍສານ ດີ ຂື້ນຫລາຍ.