ລາວຈະຂໍເປັນຜູ້ຈັດ ການແຂ່ງຂັນເຕະບານ Asia Cup

ລາວ ຈະສເນີຕົວ ເປັນເຈົ້າພາບ ຈັດການແຂ່ງຂັນເຕະບານ Asia Cup, ASEAN Cup ແລະກິລາລຸ່ມແມ່ນໍ້າຂອງ.
ມະນີຈັນ
2009.12.16

ດຣ. ພູທອງ ແສງອາຄົມ ປະທານກິລາແຫ່ງຊາດລາວ ປະທານຄນະກັມມະການ ໂອລິມປິກແຫ່ງຊາດລາວ ໃນຖານະຮອງປະທານ ຄນະກັມມະການຈັດການ ແຂ່ງຂັນຊີເກັມສ໌ ຄັ້ງທີ 25 ເປີດເຜີຍຕໍ່ສື່ມວນຊົນວ່າ ຫລັງຈົບການແຂ່ງຂັນ ຊີເກັມສ໌ ວັນທີ 18 ທັນວາ ຣັຖບານລາວ ມີນະໂຍບາຍຈະແຈ້ງ ທີ່ຈະສເນີຕົວເປັນ ເຈົ້າພາບຈັດການ ແຂ່ງຂັນເຕະບານ ຊິງຖ້ວຍລາງວັນ Asia Cup, ASEAN Cup ແລະກິລາລຸ່ມແມ່ນໍ້າຂອງ ແລະເຊື່ອໝັ້ນວ່າ ປະສົພການຂອງທາງການ ລາວ ສາມາດເປັນເຈົ້າພາບໄດ້ ຢ່າງສົມບູນແບບ ຊຶ່ງທັງໝົດນີ້ ກໍເພື່ອຕ້ອງການ ໃຊ້ປະໂຫຍດຂອງສນາມກິລາ ໃຫ້ຄຸ້ມຄ່າສູງທີ່ສຸດ ຕໍ່ວົງການກິລາ ຂອງປະເທດ.

ທ່ານກ່າວຕໍ່ໄປວ່າ ລາວຍັງບໍ່ຄິດເຖິງ ຂັ້ນເປັນເຈົ້າພາບ ASIA Games  ແຕ່ສໍາລັບກິລານາໆຊາດ ເຊັ່ນເຕະບານ ຫລືຍົກນໍ້າໜັກ ລາວຈະພະຍາຍາມ ຈັດແຂ່ງຂັນ ໃນຣະດັບເອເຊັຽ ຫລືຣະດັບໂລກໃຫ້ໄດ້.

ກະແສຂ່າວທ້ອງຖີ່ນ ຣາຍງານອີກວ່າ ກ່ອນໜ້ານີ້ ທ່ານແສງພອນ ພົນອາມາດ ປະທານຄະນະກັມມະການ ຕຽມນັກກິລາລາວ ໄດ້ເຜີຍຕໍ່ສື່ມວນຊົນວ່າ ຫລັງຈົບ     ຊີເກັມສ໌ ຄັ້ງທີ 24 ຢູ່ນະຄອນຣາຊສີມາ ທີ່ປະເທດໄທ ເມື່ອ 2 ປີກ່ອນ ລາວວາງແຜນ ເກັບຕົວນັກກິລາ ຢ່າງຕໍ່ເນື່ອງທັນທີ ໂດຍໄດ້ສົ່ງນັກກິລາ ປະເພດໄປເກັບຕົວ ຝຶກຊ້ອມຢູ່ຕ່າງປະເທດ ເປັນເວລາປະມານ 2 ຫາ 5 ເດືອນ ຄື Tekwondo ໄປເກັບຕົວຢູ່ເກົາຫລີໃຕ້ Judo ຢູ່ຍີ່ປຸ່ນ Wusu ຢູ່ຈີນ ມວຍປໍ້າ ຢູ່ວຽດນາມ ແລະ ມົງໂກລີ ປັນຈັກສີລາ ຢູ່ວຽດນາມ.

ແລະນັ້ນກໍຄືສາເຫດ ທີ່ນັກກິລາລາວ ປະສົບຄວາມສໍາເຣັດ ດີສົມຄວນ ໃນຊີເກັມສ໌ ຄັ້ງນີ້ ຊຶ່ງລາວກໍຕັ້ງເປົ້າໄວ້ວ່າ ຈະຄວ້າຫລຽນຄໍາ 20 ຫລຽນ ແລະທາງການລາວ ກໍເຊື່ອວ່າ ນັກກິລາລາວ ຈະສ້າງຜົລງານໄດ້ ຕາມເປົ້າໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.