ສິງກະໂປ ຖອນຕົວຈາກເຈົ້າພາບ ກິລາຊີເກມສ໌ປີ 2013
2009.12.10
ສິງກະໂປ ເປີດເຜີຍວ່າຈະບໍ່ຮັບ ເປັນເຈົ້າພາບຈັດ ການແຂ່ງຂັນກິລາຊີເກມສ໌ ປີ 2013 ອີງຕາມລາຍງານ ຂ່າວທ້ອງຖິ່ນ.
ໜັງສືພິມ Straits Times ຂອງສິງກະໂປ ລາຍງານວ່າ ທ່ານ Chris Chan ເລຂາທິການ ກິລາໂອລິມປິກສິງກະໂປ ບອກກັບສະມາຊິກ ສະຫະພັນກິລາຊີເກມສ໌ ໃນມື້ວັນຈັນທີ 7 ທັນວາ 2009 ຜ່ານມາວ່າ ສິງກະໂປ ຈະຖອນໂຕຈາກ ການເປັນເຈົ້າພາບ ຈັດການແຂ່ງຂັນກິລາຊີເກມສ໌ ຄັ້ງປີ 2013.
ການຢັ້ງຢືນນີ້ມີຂື້ນ ໃນກອງປະຊຸມ ຄນະກັມມະການ ຜູ້ບໍຣິຫານ ການແຂ່ງຂັນກິລາຊີເກມສ໌ ມື້ວັນອັງຄານຜ່ານມາ. ອີງຕາມລາຍງານຂ່າວ ຟິລິຟປີນ ພະມ້າ ແລະວຽດນາມ ສະແດງຄວາມສົນໃຈ ຢາກເປັນເຈົ້າພາບຈັດການ ແຂ່ງຂັນກິລາຊີເກມສ໌ ປີ 2013. ແຕ່ການຕັດສິນໃຈ ຈະບໍ່ທັນມີຂື້ນຈົນຮອດ ປີໜ້າປະມານ ເດືອນເມສາ ເມື່ອຄນະກັມມະການ ສະຫະພັນກິລາຊີເກມສ໌ ມີນັດປະຊຸມກັນອີກ.
ການທີ່ສິງກະໂປ ຕັດສີນໃຈຖອນໂຕ ອອກຈາກການເປັນເຈົ້າພາບ ກໍເພາະວ່າມີການຊັກຊ້າ ຊ້ຳແລ້ວຊ້ຳອີກຂອງການກໍ່ສ້າງ ສະໜາມກິລາຄົບວົງຈອນ ມູນຄ່າ 1ພັນ8ຮ້ອຍ70ລ້ານໂດລາ ສິງກະໂປ ຫລືປະມານ 1ພັນ3ຮ້ອຍ40ລ້ານໂດລາ ສະຫະຣັຖ ຊຶ່ງຕາມກຳນົດແລກ ແມ່ນຈະໃຫ້ແລ້ວເສັດ ພາຍໃນປີໜ້ານີ້ ອີງຕາມລາຍງານຂ່າວ.
ສູນອຳນວຍຄວາມ ສະດວກດັ່ງກ່າວ ຈະປະກອບດ້ວຍ ສະໜາມກິລາແຫ່ງຊາດ ມີ 55,000 ບ່ອນນັ່ງ ພ້ອມກັບຫລັງຄາ ທີ່ສາມາດ ເປີດປິດໄດ້ ຈະໃຊ້ເປັນບ່ອນ ແຂ່ງຂັນກິລາໃຫຍ່ໆ ເຊັ່ນລອຍນ້ຳ ແລ່ນແລະລານ ແລະ ເຕະບານ.
ລາຍງານຍັງກ່າວອີກວ່າ ການລ່າຊ້າເປັນຍ້ອນ ຄ່າກໍ່ສ້າງສູງແລະ ບັນຫາການຫົດຖອຍ ຂອງເສຖກິດໂລກ.